ຮອດລາວແລ້ວ! ແຟນຄຣັບຕ້ອນຮັບ Payengxa Lor ເຕັມສະໜາມບິນ.
#Entertain | ເດີນທາງກັບຮອບປະເທດລາວເປັນທີ່ຮຽບຮ້ອຍ ສຳລັບສາວຄົນເກັ່ງຕົວແທນປະເທດລາວ Payengxa Lor Miss Universe Laos 2022 ພາຍຫຼັງເດີນທາງໄປຮ່ວມການແຂ່ງຂັນຊິງມົງກຸດໃນເວທີລະດັບໂລກທີ່ ສະຫະລັດອາເມລິກາ ເຊິ່ງສາມາດຕິດ Top 16 ໄດ້ໃນຄັ້ງນີ້.
ນອກນັ້ນ, ຍັງມີແຟນຄຣັບມາລໍຖ້າຕ້ອນຮັບຢ່າງຫຼວງຫຼາຍ ແລະ ໃຫ້ກຳລັງໃຈສາວ Payenxa Lor ຢູ່ສະໜາມບິນວັດໄຕ.