ຕ້ອງບອກເລີຍວ່າ ຫຼັງຈາກທີ່ແຕ່ງງານແລະພະຍາຍາມເລື່ອງທາຍາດກັນມານານເຖິງ 3 ປີ ກໍ່ມີຂ່າວດີແລ້ວ ສຳຫຼັບ ຄູ່ຂອງນາງເອກສາວ ຈຸ໋ຍ ແລະ ພະເອກໜຸ່ມ ພຸດ ເພາະໄດ້ອອກມາປະກາດຂ່າວດີເລື່ອງທາຍາດແລ້ວ
ງານນີ້ກໍ່ເຮັດໃຫ້ເພື່ອນພີ່ນ້ອງຄົນບັນເທິງເຂົ້າມາຮ່ວມຍິນດີນຳຢ່າງຫຼວງຫຼາຍເລີຍ
ເພາະຄູ່ນີກໍ່ພະຍາຍາມເລື່ອງທາຍາດກັນມາຫຼາຍຄັ້ງແລ້ວແຕ່ກໍ່ຍັງບໍ່ໄດ້ຈັກເທື່ອ
ຈົນໃນທີ່ສຸດກໍ່ມີຂ່າວດີເກີດຂຶ້ນແລ້ວ ເຊິ່ງຕ້ອງບອກເລີຍວ່າທັງຄູ່ນັ້ນພ້ອມສຸດໆ
ເພາະສ້າງຄອບຄົວແລະສ້າງເຮືອນໄວ້ລໍຖ້າທາຍາດແລ້ວ ເຊິ່ງໃນມື້ນີ້ເຮົາກໍ່ຈະພາໄປສ່ອງເຮືອນຫຼູຂອງທັງຄູ່ອີກດ້ວຍ
ຕ້ອງບອກເລີຍວ່າຖືກອອກແບບແລະຕົກແຕ່ງມາຢ່າງດີ ໂດຍເນັ້ນຄວາມລຽບຫຼູ ແຕ່ອະລັງການຕາມສະໄຕລ໌ຂອງທັງຄູ່
ໂດຍເຮືອນຂອງທັງຄູ່ນັ້ນເປັນເຮືອນ 2 ຫຼັງທີ່ຢູ່ໃກ້ໆກັນ ນັ້ນກໍ່ຄືເຮືອນຫຼັງເກົ່າທີ່ສ້າງມາປະມານ 10 ປີ ກັບເຮືອນຫໍຫຼັງໃໝ່
ໂດຍມີສ່ວນຂັ້ນກາງລະຫວ່າງເຮືອນແລະທາງເຊື່ອມລະຫວ່າງເຮືອນເກົ່າກັບເຮືອນໃໝ່ເຮັດເປັນລານຊັກລ້າງ
ຕາມມາດ້ວຍຫ້ອງຄົວຫຼັກສຸດກ້ວາງຂວາງ ມີທັງຕູ້ບິວອິນເຕັມຜະໜັງ ແລະເຄົ້າເຕີ້ຄົວໄວ້ເຮັດອາຫານ
ດ້ານຫຼັງເປັນສວນຫຼັງເຮືອນມີທັງໄມ້ດອກ ໄມ້ປະດັບ ແລະໄມ້ຢືນຕົ້ນຄວາມໝາຍດີໆ
ນອກຈາກນີ້ຍັງມີນ້ຳພຸ ຊຸ້ມປະຕູ ລວມໄປເຖິງຜັກສວນຄົວຕ່າງໆ ຢ່າງເຊັ່ນ ກະເພົາ ຂ່າ ວ່ານຫາງຈໍລະແຂ້ ຫົວສີໃຄ
ແລະວໍເຕີ້ເຄສ ແຖມຍັງສາມາດເບິ່ງເຫັນວິວໄດ້ຈາກໃນເຮືອນອີກດ້ວຍ
ສ່ວນພາຍໃນກໍ່ຈັດເຕັມ ເພາະມີການຕົບແຕ່ງຫຼູຫຼາ ເລີ່ມຈາກປະຕູໄມ້ສັກໂຖງທາງເຂົ້າເຮືອນ
ໂຕ໊ະກິນເຂົ້າແລະຂັ້ນໄດຫິວອ່ອນ ນອກຈາກນີ້ຍັງມີຫ້ອງພະ Makeup Studio Walk-in Closet
ຫ້ອງນອນຮັບແຂກແລະຫ້ອງຍິມສ່ວນຕົວໄວ້ອອກກຳລັງກາຍອີກຕ່າງຫາກ
ແໝ ເອີ້ນໄດ້ວ່າພາຍໃນເຮືອນນັ້ນຄົບທຸກຢ່າງເລີຍແຫຼະ ບໍ່ວ່າຈະມຸມຊິວໆ ລວມເຖິງມຸມທຳມະຊາດນອກບ້ານ
ເອົາເປັນວ່າແນວໃດກໍ່ຂໍສະແດງຄວາມຍິນດີກັບຄູ່ນີ້ເດີ້ ຕອນນີ້ທາຍາດກໍ່ມາສົມໃຈແລ້ວ
ສ່ວນຈະໄດ້ຜູ້ຍິງຫຼືວ່າຜູ້ຊາຍນັ້ນກໍ່ຕ້ອງສະເຫຼີຍກັນອີກເທື່ອໜຶ່ງ ແຟນໆກໍ່ລອງທາຍກັນເຂົ້າມາໄດ້ເດີ້