ຕ້ອງບອກເລີຍວ່າເປັນອີກໜຶ່ງຄົນທີ່ຢູ່ຄູ່ກັບວົງການບັນເທິງມາດົນ
ສຳຫຼັບ ແໝ່ມ ວິຊຸດາ ນັກສະແດງສາວລຸກຝຣັ່ງທີ່ຫາກເອີ້ນຊື່ນີ້ຂຶ້ນມາ
ຫຼາຍໆຄົນຄົງຈະຕ້ອງເຫັນພາບລາວທີ່ຄອຍຊ່ວຍເຫຼືອ ໝາທີ່ບໍ່ມີເຈົ້າຂອງຢູ່ຕະຫຼອດ
ໂດຍລ່າສຸດເຂົາໄດ້ມີໂອກາດເປີດໃຈເຖິງຊີວິດໃນຊ່ວງປັດຈຸບັນວ່າເປັນແນວໃດຢ່າງໃດແດ່ບໍ່ວ່າຈະເປັນເລື່ອງ
ຄວາມເປັນຢູ່ ຄວາມສຳພັນກັບແຟນລວມໄປເຖິງເລື່ອງທີ່ຫຼາຍໆຄົນຢາກຮູ້ຫຼາຍທີ່ສຸດວ່າເມື່ອໃດຈະມີທາຍາດຕົວນ້ອຍຈັກເທື່ອ
ເຊິ່ງລາວໄດ້ບອກວ່າທຸກວັນນີ້ລາວໃຊ້ຊີວິດຢູ່ກັບແຟນໜຸ່ມຄົນນີ້ມາກວ່າສິບປີແລ້ວເຈົ້າຕົວຄິດວ່າ
ອາດຈະບໍ່ເຂົ້າສູ່ຮົ້ວວິວາ ເພາະຕັ້ງແຕ່ຄົບກັນມາກໍ່ຢູ່ຮ່ວມກັນມາຕັ້ງແຕ່ຊ່ວງທຳອິດແລ້ວ
ທັງນີ້ໂດຍປົກກະຕິແລ້ວ ແໝ່ມເອງກໍ່ຍັງມັກການສົມລົດ ຂະໜາດຖືກຮັບເຊີນໄປໃນນາມແຂກ ລາວຍັງບໍ່ຢາກໄປເລີຍ
ເນື່ອງຈາກ ເຈົ້າຕົວບໍ່ຢາກໃສ່ຊຸດສີຂາວເພາະຮູ້ສຶກວ່າບໍ່ແມ່ນຕົວເອງ ໃນຂະນະທີ່ແຟນໜຸ່ມຂອງເຂົາຢາກຈະຈັດໃຫ້
ທີ່ຫຼາຍໄປກວ່ານັ້ນແຟນໜຸ່ມຂອງເຂົາຢາກຈະມີລູກ ແລະ ສ້າງຄອບຄົວໃຫ້ສົມບູນຫຼາຍ
ແຕ່ຕົວເຂົາເອງນັ້ນກໍ່ຍັງບໍ່ຄ່ອຍເຫັນດີກັບເລື່ອງນີ້ ເພາະຖ້າມີແທ້ໆ ລາວອາດຈະຕ້ອງຫຍຸດທຸກຢ່າງ
ແມ້ກະທັ້ງການເປັນນັກສະແດງອີກດ້ວຍ ເພາະຕ້ອງທຸ້ມເທເວລາທີ່ມີສ່ວນໃຫ່ຍໃຫ້ກັບລູກ ຕົນຍັງບອກອີກວ່າ
ຖ້າຈະມີກໍ່ຢາກໃຫ້ແຟນເອົາທຶນມາແປດຫຼັກ ແລ້ວຈະມີໃຫ້
ສຸດທ້າຍນີ້ແໝ່ມຍັງຖິ້ມທ້າຍເອົາໄວ້ວ່າ ນອກຈາກຈະຮັບຄິວສະແດງແລ້ວ ເຂົສເອງຍັງໄດ້ຜັນຕົວມາເປັນແມ່ຄ້າ
ນ້ຳພິກ ແລະ ໝູຝອຍອີກດ້ວຍ ເຊິ່ງລາວຕັ້ງໃຈຈະເກັບທຶນເອົາໄວ້ເບິ່ງແຍງພໍ່ກັບແມ່ລວມເຖິງເຂົາເອງໃນອະນາຄົດ
ທຸກມື້ນີ້ເຂົາເອງກໍ່ມີຊີວິດທີ່ລົງຕົວ ແລະ ກໍ່ບໍ່ໄດ້ຕ້ອງການຫຍັງໄປຫຼາຍກ່ວານີ້ ຢູ່ແບບນີ້ກໍ່ມີຄວາມສຸກດີແລ້ວ