ຕ້ອງບອກວ່າເປັນອີກໜຶ່ງພະເອກ ທີ່ຫຼາຍຄົນຮູ້ຈັກກັນເປັນຢ່າງດີ ໃນວົງການບັນເທິງອີກໜຶ່ງຄົນທີ່ມີຜູ້ຄົນຊື່ນຊົມຫຼາຍທີ່ສຸດ ສຳຫຼັບ ເຈມ ຈິ ຫຼື ຈິລາຍຸ ຕັ້ງສີສຸກ
ເຈມ ກ້າວເຂົ້າສູ່ວົງການຕັ້ງແຕ່ອາຍຸ 20 ປີ ແລະແຈ້ງເກີດກັບການສະແດງເປັນ ຄຸນຊາຍພຸດທິພັດ ຈົນເປັນທີ່ຮູ້ຈັກເຖິງທຸກວັນນີ້
ຈາກມື້ນັ້ນຈົນເຖິງມື້ນີ້ກໍ່ເປັນເວລາກ່ວາສິບປີແລ້ວ ທີ່ເຈົ້າຕົວໄດ້ໂລດແລ່ນສ້າງຊື່ສຽງຈົນເປັນທີ່ຮູ້ຈັກໄປທົ່ວ
ເຊິ່ງໂດຍປົກກະຕິແລ້ວ ເຈມ ຈະມີຄິວສະແດງຕະຫຼອດຈົນເຮັດໃຫ້ຕົນແທບຈະບໍ່ມີເວລາສ່ວນຕົວ ແຕ່ເມື່ອໃດທີ່ເຂົາວ່າງຈາກການສະແດງ
ພະເອກສຸດຫຼໍ່ຂອງເຮົາມັກຈະຈັດມິດຕິ້ງເພື່ອພົບປະ ແລະເປັນການຂອບໃຈແຟນໆທີ່ສະໜັບສະໜູນໃນຕົວເຂົາຢູ່ຕະຫຼອດ
ໂດຍລ່າສຸດເມື່ອ ນາງທອງບໍ່ ສຸວັນນະຈັນ ໄວເຈັດສິບປີ ແຟນຄັບຊາວຍະໂສທອນ ຕັດສິນໃຈມອບ
ທີ່ດິນສ່ວນຕົວ ພ້ອມເຮືອນໃຫ້ກັບໜຸ່ມຈິລາຍຸ ເຊິ່ງລວມໆແລ້ວກ່ວາເຕັດຫຼັກໂດຍບໍ່ມີພັນທະໃດໆທັງສິ້ນ
ທັງນີ້ເຂົາກໍ່ໄດ້ເປີດໃຈວ່າ ຕົນມີຄວາມຊື່ນຊົມໃນຕົວນັກສະແດງຄົນນີ້ມາຕັ້ງແຕ່ຄັ້ງທຳອິດທີ່ໄດ້ເຫັນ ຈາກນັ້ນກໍ່ໄດ້
ເລີ່ມຫາໜັງສື ທີ່ມີຮູບພາບມາເກັບສະສົມຈົນເປັນອັລບັ້ມ ກະທັ້ງຝາຜະໜັງກໍ່ມີຮູບເຈມຈິຢູ່ນຳ ສຸດທ້າຍນີ້ແມ່ຕູ້ກໍ່ໄດ້ບອກເອົາໄວ້ວ່າ ຈະໃຫ້ຫຼາຍກ່ວານີ້ກໍ່ໄດ້ ຂໍພຽງຕົນໄດ້ພົບໜ້າພະເອກໃນດວງໃຈຈັກຄັ້ງກໍ່ພໍໃຈແລ້ວ