ຕ້ອງບອກເລີຍວ່າ ເປັນອີກໜຶ່ງຄອບຄົວຂອງຄົນບັນເທິງທີ່ຈັບມືກັນຜ່ານເລື່ອງລາວຢ່າງຫຼວງຫຼາຍຈົນມີມື້ນີ້ໄດ້
ສຳຫຼັບຄອບຄົວນັກສະແດງຂອງ ເອ ພະສິນ ແລະ ແຕງກວາ ຈິລາພອນ
ພ້ອມດ້ວຍລູກຊາຍຕົວນ້ອຍສຸດໜ້າຮັກຢ່າງ ນ້ອງເລໂກ້
ໂກຍທັງສາວແຕງກວາ ແລະໜຸ່ມເອກໍ່ໄດ້ມາເປີດໃຈເລົ່າເຖິງເລື່ອງລາວຕ່າງໆທີ່ກ່ວາຈະລົງຕົວຢ່າງທຸກມື້ນີ້ໃຫ້ໄດ້ຟັງກັນວ່າ
ທັງສອງນັ້ນໄດ້ພົບກັນໃນກອງຖ່າຍພາບພະຍົນເລື່ອງໜຶ່ງ
ເລີຍໄດ້ຄ່ອຍໆພັດທະນາຄວາມສຳພັນກັນມາ ແຕ່ແລ້ວແຕງກວາກໍ່ເກີດຖືພາຂຶ້ນມາ
ເຮັດໃຫ້ທັງວົງການຕ່າງຕະລຶງໄປຕາມໆກັນເນື່ອງຈາກ ໜຸ່ມເອ ໄດ້ປະກາດເປັນພໍ່ຂອງລູກໃນທ້ອງ
ລວມໄປເຖິງປະກາດສ້າງຄອບຄົວ ໂດຍທີ່ບໍ່ເຄີຍເປີດຕົວໃນຖານະແຟນກັນມາກ່ອນເລີຍ
ຈາກນັ້ນທັງສອງ ກໍ່ເລີ່ມຕົ້ນຊີວິດຄູ່ນຳກັນ ແຕ່ພໍຜ່ານໄປໄດ້ຈັກພັກທຸກຢ່າງກໍ່ບໍ່ໄດ້ສວຍງາມຢ່າງທີ່ຄິດ ເນື່ອງຈາກ
ໃນຕອນທຳອິດນັ້ນ ທັງສອງໃຊ້ເວລາເບິ່ງໃຈກັນພຽງບໍ່ດົນ
ໂດຍແຕງກວາກໍ່ໄດ້ຮູ້ສຶກວ່າພໍຢູ່ນຳກັນແທ້ໆແລ້ວ ບໍ່ຄືຕອນທີ່ຄົບກັນເລີຍ
ເລີຍເຮັດໃຫ້ຄວາມຄິດຂອງລາວປ່ຽນໄປ ເລີ່ມຕັດຜົມສັ້ນແລະປ່ຽນນິໄສ
ຈົນເຮັດໃຫ້ ເອ ຕ້ອງຍອມແຍກທາງກັນໄປ
ແຕ່ແລ້ວ ເມື່ອວັນເວລາຜ່ານໄປລູກຊາຍຕົວນ້ອຍ ກໍ່ໄດ້ເລີ່ມເຕີບໃຫຍ່ຂຶ້ນ ເຮັດໃຫ້ທັງຄູ່ຢາກເຮັດໜ້າທີ່ພໍ່ແມ່ຢ່າງເຕັມທີ່
ຈຶ່ງກັບມາຢູ່ເປັນຄອບຄົວທີ່ສົມບູນອີກຄັ້ງ ເຖິງແມ່ນວ່າຄວາມຮູ້ສຶກຂອງທັງສອງຈະປ່ຽນໄປ
ເປັນພີ່ນ້ອງກັນລະຍານິມິດທີ່ດີຕໍ່ກັນຄອຍຊ່ວຍກັນລ້ຽງດູແລນ້ອງເລໂກ້ ຢ່າງດີແລະເຕັມໄປດ້ວຍຄວາມສຸກ