ເອີ້ນໄດ້ວ່າເປັນຂ່າວກະແສທີ່ກຳລັງມາແຮງໃນຕອນນີ້ເລີຍກໍ່ວ່າໄດ້
ມີຊາວເນັດຈຳນວນຫຼາຍໃຫ້ຄວາມສົນໃຈ ແລະສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ
ເປັນເລື່ອງລາວຄວາມຮັກຂອງ ໜຸ່ມເວຍ ສຸກົນລະວັດ ເລື່ອງລາວຈະເປັນແນວໃດເຮົາໄປຊົມພ້ອມໆກັນເລີຍຈຣາ
ເຖິງແມ່ນວ່າຈະຫ່າງໄກແຕ່ກໍ່ເຕີມຄວາມຫວານໃຫ້ກັນບໍ່ມີເຊົາ ສຳຫຼັບຄູ່ຮັກ
ເວຍ ສຸກົນລະວັດ ແລະ ວິກກີ້ ພີມົນຕະຍາ ທີ່ຫາກໍ່ແຕ່ງງານກັນໄດ້ບໍ່ເຖິງເດືອນ
ກໍ່ມີ ເ ຫ ດ ໃຫ້ ເວຍ ຈາກເມືອງໄທໄປໂປຣໂມດພາບພະຍົນເລື່ອງ Thirteen Lives ໃນ LA ແບບນີ້ຄົງເຮັດໃຫ້ຄິດຮອດກັນບໍ່ໜ້ອຍເລີຍທີດຽວ
ລ່າສຸດ ສາວວິກກີ້ ກໍ່ໂພສພາບໃສ່ເສື້ອເປີດຫຼັງເຜີຍໃຫ້ເຫັນຄວາມເຊັກຊີ່ໃສໆເບົາໆ
ອຸ້ມນ້ອງແມວ ອ້າຍເສືອ ເອົາໄວ້ເທິງຫົວໄຫຼ່ ແລະເປັນ ໜຸ່ມເວຍ ທີ່ຮີບເຂົ້າມາຄອມເມັ້ນທັນໃດວ່າ ຄິດຮອດອ້າຍເສືອ
ຈົນມີຄົນເຂົ້າມາແຊວກັນສະນັ່ນຫວັ່ນໄຫວວ່າ ຄິດຮອດແມວແລ້ວ ບໍ່ຄິດເຖິງສີພັນລະຍາແດ່ບໍ່
ຫຼືການທີ່ບອກວ່າຄິດຮອດແມວ ແທ້ຈິງແລ້ວຄືຄິດຮອດເມຍ ແຕ່ບໍ່ກ້າເວົ້າຕົງໆຫຼາຍກ່ວາ