ເອີ້ນໄດ້ວ່າເປັນນາງເອກສາວງາມທີ່ຊີວິດດີສຸດໆໄປເລີຍ ສຳຫຼັບ ສາວມິນ ພີຊະຍາ
ທີ່ກ້າວເຂົ້າສູ່ວົງການບັນເທິງຈາກການປະກວດມິສທີນໄທແລນດ໌ 2006
ຈົນເຮັດໃຫ້ ສາວມິນ ໄດ້ມີໂອກາດຫຼິ້ນລະຄອນພື້ນບ້ານເລື່ອງ ປາບູ່ທອງ
ເຊິ່ງເປັນຜົນງານທີ່ສ້າງຊື່ສຽງໃຫ້ກັບ ສາວມິນ ເຮັດໃຫ້ເຈົ້າຕົວມີຜົນງານລະຄອນຕາມມາອີກຫຼາຍເລື່ອງດ້ວຍກັນ
ຈົນກະທັ້ງປີ ພ.ສ 2553 ມິນໄດ້ຮັບລາງວັນດາລາດາວຮຸ່ງຍອດນິຍົມຈາກຫຼາຍສະຖາບັນ
ບໍ່ວ່າຈະເປັນ ລາງວັນດາວຮຸ່ງມາແຮງຝ່າຍຍິງ ຈາກສະຫຍາມດາລາສະຕາຣ໌ອະວອຣ໌ດ ລາງວັນດາວຮຸ່ງຍິງຮັອດແຫ່ງປີ ຈາກທີວີອິນໄຊດ໌ ຮັອດ ອະວອຣ໌ດ
ແລະລາງວັນດາລາດາວຮຸ່ງມາແຮງ ຈາກມາຍາປ໊ອບປູລາໂຫວດ
ແລະເປັນທີ່ຮູ້ຈັກຫຼາຍຂຶ້ນຈາກການໄດ້ຮັບໂອກາດໃນວົງການບັນເທິງຢ່າງຕໍ່ເນື່ອງ
ທັງດ້ານລະຄອນ ພາບພະຍົນ ມິວສິກວິດີໂອ ພີເຊັນເຕີ້ໂຄສະນາ ແລະ ງານຖ່າຍແບບນິຕະຍະສານ
ທາງດ້ານມິນເອງ ກໍ່ມີອີກມຸມໜຶ່ງທີ່ຫຼາຍຄົນອາດຈະຍັງບໍ່ຮູ້ ເຖິງແມ່ນວ່າເຂົາຈະວ່າງຈາກກິດຈະກຳໃນວົງການບັນເທິງ
ຕົວເຂົາເອງກໍ່ບໍ່ເຄີຍປ່ອຍໃຫ້ຕົວເອງວ່າງເລີຍ ມິນມັກຕະຊວນຄອບຄົວໄປເຮັດປະໂຫຍດເພື່ອສັງຄົມຢູ່ສະເໝີ
ກໍ່ເອີ້ນໄດ້ວ່າ ມິນເອງກໍ່ແບ່ງເວລາໄດ້ດີສຸດໆ ໄດ້ໃຊ້ເວລາກັບຄອບຄົວຢ່າງເຕັມທີ່ ໄປພ້ອມໆກັບການຊ່ວຍເຫຼືອ
ໂດຍລ່າສຸດ ລະຫວ່າງທີ່ເຈົ້າຕົວກຳລັງຍ່າງຊົມສວນພັກຜ່ອນຢ່ອນໃຈກັບຄອບຄົວ ຄົວເຂົາເອງກໍ່ໄດ້ຖ່າຍຮູບ
ແລ້ວເອົາມາລົງໄອຈີສ່ວນຕົວພ້ອມກັບໃສ່ຄຳບັນຍາຍວ່າ ຖ້າໃຜມາຂໍແມ່ຈະມອບທີ່ດິນໃຫ້ 500 ໄຮ່
ເຮັດໃຫ້ແຟນຄັບລວມໄປເຖິງຄົນໃນວົງການຫຼາຍຄົນຕ່າງສະແດງຄວາມຄິດເຫັນກັນບໍ່ຫຍຸດຫຍ່ອນເລີຍທີດຽວ