ເອີ້ນໄດ້ວ່າ ເປັນສຸພາບສະຕີຜູ້ເຮັດໜ້າທີ່ເປັນທັງສີພັນລະຍາຄຽງບ່າຄຽງໄຫຼ່ຂອງ ສັນຕິ ພິລົມພັກດີ ແມ່ທັບໃຫຍ່ແຫ່ງອານາຈັກບຸນລອດບິວເວີຣີ້
ແລະເປັນມານດາຂອງເຕ້-ພູລິດ ຕ໊ອດ-ປິຕິ ແລະເຕີຍ-ພິລົມພັກດີ ຜູ້ລ້ຽງດູແລະປູກຝັງລູກໆ ທັງ 3ຄົນ
ໃຫ້ເຕີບໃຫຍ່ຢ່າງມີຄວາມສຸກ ມີຄຸນນະທຳ ແລະພ້ອມກ້າວມາຮັບໄມ້ຕໍ່ສູ່ເຈເນີເຣຊັ່ນທີ່ 4 ເຊິ່ງແມ່ນວ່າເປັນການກິດທີ່ໜັກອຶ້ງ
ແຕ່ຖືເປັນຄວາມສຸກຂອງຜູ້ຍິງຄົນໜຶ່ງທີ່ໄດ້ມອບໃຫ້ກັບຄອບຄົວ ທຸກມື້ນີ້ລາງວັນທີ່ມີຄ່າແລະພາກພູມໃຈທີ່ສຸດສຳຫຼັບ ຄຸນຫຍິງ-ອະລຸນີ ພິລົມພັກດີ
ໃນຖານະທີ່ເປັນແມ່ແລະພັນລະຍາຄືການສະໜັບສະໜູນຢູ່ເບື້ອງຫຼັງຄວາມສຳເລັດຂອງຄອບຄົວ ພິລົມພັກດີ ຄຸນຫຍິງດຳເນີນຊີວິດລຽບງ່າຍ
ໃຊ້ທຳມະນຳທາງຊີວິດໃຫ້ມີຄວາມສຸກ ວັນວ່າງເຂົາມັກເດີນທາງໄປເຮັດບຸນຖືສິນປະຕິບັດທຳທີ່ຕ່າງຈັງຫວັດ
ເອີ້ນວ່າຖືກກະແສເມົ້າມາຕະຫຼອດ ກ່ຽວກັບເລື່ອງຂາຕຽງຫັກ ແຖມແຕ່ງງານກັນມາຫຼາຍປີກໍ່ບໍ່ມີທາຍາດຕົວນ້ອຍ ລວມທັງເລື່ອງແມ່ສາມີບໍ່ປື້ມ ສຳຫຼັບນາງເອກສາວ
ນຸ້ນ ວໍລະນຸດ ພັນລະຍາຂອງໜຸ່ມ ຕ໊ອດ ປິຕິ ພິລົມພັກດີ ແຕ່ວ່າລ່າສຸດຕອກຍ້ຳຂ່າວເມົ້າວ່າບໍ່ເປັນຈິງ ເພາະມີພາບທີ່ສາວນຸ້ນຖ່າຍຄູ່ກັບແມ່ສາມີ
ຂະນະຮ່ວມສະຫຼອງວັນເກີດ ທີ່ຮ້ານອາຫານສຸດຫຼູ ພ້ອມກັບພີ່ນ້ອງຂອງໜຸ່ມຕ໊ອດ ເຊິ່ງນານໆ ທີຈະໄດ້ເຫັນພາບແບບນີ້ກັນ ບອກເລີຍວ່າອົບອຸ່ນຫຼາຍໆ ແລະເປັນການຕອກຍ້ຳຂ່າງລືດ້ວຍພາບ
ເອີ້ນວ່າສະກົດສາຍຕາຄົນທີ່ເຫັນໄດ້ແທ້ໆ ເມື່ອງນາງເອກສາວ ນຸ້ນ-ວໍລະນຸດ ພິລົມພັກດີ ຈັດເຕັມໃສ່ຊຸດໄທໄປເຮັດບຸນຖວາຍພັດຕາຫານ ນະ ວັດປ່າທຳສີຣີ
ຈັງຫວັດນະຄອນລາດສະສີມາ ກັບແມ່ສາມີ ນາງອະລຸນີ ພິລົມພັກດີ ເຮັດເອົາແຟນຄັບຕ່າງເຂົ້າໄປຊື່ນຊົມໃນຄວາມງາມສະຫງ່າແບບໄຮ້ທີ່ຕິຂອງເຂົາຢ່າງລົວໆ
ລ່າສຸດເຫັນວ່າໄປເຮັດບຸນກັບແມ່ສາມີທີ່ວັດປ່າມາ? ກໍ່ເປັນຄັ້ງທຳອິດທີ່ໄດ້ໄປທີ່ນັ້ນ ແມ່ເຂົາກໍ່ມີສັດທາໃນວັດປ່າອີກດ້ວຍ ວັດຂ້ອນຂ້າງສະຫງົບ
ມີໂອກາດໄປແລ້ວກໍ່ມີໂອກາດໄດ້ຖ່າຍຊຸດໄທ ກໍ່ເປັນວັດທີ່ສວຍງາມ ຖ້າແທ້ຈິງ ໄປວັດແລ້ວໄດ້ໃສ່ຊຸດໄທກໍ່ເປັນເລື່ອງຂອງການອະນຸລັກທີ່ດີ
ຄົນຊື່ນຊົມວ່າແຕ່ງກາຍງາມແຮງ? ແຕ່ງກັນເອງ ມີຊຸດກັນເອງນີ້ແຫຼະ ນຸ້ນຈະສະສົມຊຸດໄທແດ່ ກໍ່ເປັນຊຸດຂອງຕົວເອງຢູ່ເຮືອນ
ທາງພຣະອາຈານກໍ່ຢາກໃຫ້ໃສ່ຊຸດໄທເຮັດບຸນ ມາຖ່າຍຮູບ ນຸ້ນວ່າກໍ່ດີຄືກັນ ເໝືອນເປັນການສົ່ງເສີມພຣະພຸດທະສາສະໜາ