ເອີ້ນໄດ້ວ່າເຜີແປ໊ບດຽວຕົວເລີ່ມໃຫຍ່ຂຶ້ນແລ້ວສຳຫຼັບນ້ອງແອບິເກວ ລູກສາວຄົນເລັກຂອງ
ແມ່ຊົມພູ່ ອາລະຍາ ກັບ ພໍ່ນ໊ອຕ ວິສະລຸດ ທີ່ມີອ້າຍຝາແຝດຊື່ວ່າ
ນ້ອງສາຍຟ້າ-ນ້ອງພາຍຸ ເອີ້ນໄດ້ວ່າເປັນຄອບຄົວທີ່ໜ້າຕາດີຍົກເຮືອນເລີຍທີດຽວ
ແຖມຕອນນີ້ ນ້ອງແອບິເກວ ກໍ່ກາຍເປັນທີ່ຮັກຂອງຄົນທັັງເຮືອນໄປແລ້ວຮຽບຮ້ອຍ ແລະ ຂຶ້ນແທ່ນເປັນ
ຊຸບຕາຕົວຈິ໋ວທີ່ມີແຟນຄັບຕິດຕາມຊົມຄວາມໜ້າຮັກເຕັມພຽບເລີຍ
ບອກເລີຍວ່າເຮັດໃຫ້ຫຼົງບໍ່ໄຫວແລ້ວແທ້ໆ
ເຊິ່ງທາງດ້ານແມ່ຊົມພູ່ກໍ່ມັກຈະອອກມາອັບເດດພັດທະນາການຂອງລູກສາວ
ໃຫ້ໄດ້ເຫັນກັນຢູ່ຕະຫຼອດເລີຍທີດຽວສາຍແວວງາມໄດ້ແມ່ມາເລີຍເຕັມໆ
ກໍ່ບໍ່ຮູ້ວ່າໃນອະນາຄົດເຮົາຈະໄດ້ເຫັນ ນ້ອງແອບິເກວ ໂລດແລ່ນຢູ່ໃນວົງການບັນເທິງ
ຄືກັບແມ່ຫລືບໍ່ ກໍ່ຕ້ອງຖ້າຕິດຕາມເບິ່ງກັນຕໍ່ໄປ
ນີ້ຂະໜາດຕອນນີ້ຫາກໍ່ມືນຕາອອກມາເບິ່ງໂລກກວ້າງໄດ້ບໍ່ດົນກໍ່ກາຍເປັນທີ່ຮັກຂອງ
ພີ່ນ້ອງປ້ານ້າອາເກືອບທົ່ວທັງປະເທດແລ້ວ ນັບມື້ຍິ່ງໜ້າຮັກໜ້າເອັນດູສຸດໆຈະບໍ່ໃຫ້ຫຼົງໄດ້ແນວໃດໄຫວ
ລ່າສຸດ ແມ່ຊົມພູ່ ກໍ່ໄດ້ອອກມາເຜີຍຄວາມໜ້າຮັກຂອງລູກສາວ ນ້ອງແອບິເກວ
ອາຍຸຄົບ 3 ເດືອນເຕັມ ໂດຍໂພສພາບລົງໃນອິນສະຕາແກຣມສ່ວນຕົວລົວໆ
ພ້ອມລະບຸຂໍ້ຄວາມວ່າ GALE 3 months 🎂 ເດືອນນີ້ເຄັກແມ່ຫຼາຍ
ຢືມຂອງແມ່ຖ່າຍເດີ້ລູກ ທ່າມກາງເອື້ອຍອ້າຍແຟນຄັບແຫ່ເຂົ້າມາຄອມເມັ້ນອວຍພອນ
ແລະ ຊື່ນຊົມໃນຄວາມໜ້າຮັກຂອງ ນ້ອງແອບິເກວ ກັນເປັນຈຳນວນຫຼາຍເລີຍທີດຽວ
ເດັກແມ່ນຫຍັງກໍ່ບໍ່ຮູ້ ຍິ່ງໃຫຍ່ຍິ່ງງາມໜ້າຮັກ ໄດ້ຄວາມໜ້າຕາດີມາຈາກພໍ່ແມ່ເຕັມໆ
ເຊື່ອວ່າໃນອານາຄົດຖ້າໃຫຍ່ຂຶ້ນຄົງຕ້ອງມີໜຸ່ມໆມາຕາມຂາຍຂະໜົມຈີບເຕັມເລີຍ ແລະແນ່ນອນງານນີ້ພໍ່ນ໊ອຕ
ຕ້ອງກຽມໄວ້ໜວດແລ້ວເດີ້ ຕ້ອງທຳໃຈມີລູກສາວງາມລູກຊາຍກໍ່ຫຼໍ່ບໍ່ໄຫວ