ຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາກັນດີ ສຳຫຼັບ ເຈດ ເຈດພິພັດ ນັກສະແດງໜຸ່ມຊື່ດັງ
ກັບຊີວິດ ສ່ວນຕົວຂອງເຂົາທີ່ໜ້ອຍຄົນຈະຮູ້ໄດ້ວ່າ
ໜຸ່ມເຈດ ນັ້ນເປັຍເຖິງທາຍາດຕະຫຼດໃຫຍ່ຊື່ດັງໃນຍ່ານລັງສິດ
ທີ່ມັກຈະຄອຍເອົາໃຈໃສ່ພໍ່ຄ້າແມ່ຄ້າໃນຕະຫຼາດຢູ່ສະເໝີແລະຢ່າງທີ່ທຸກຄົນຮູ້ກັນດີວ່າໃນຊ່ວງນີ້ທຸກຄົນກຳລັງ
ຜະເຊີນກັບສະຖານະການຍາກລຳບາກ ຕະຫຼາດຂອງເຂົາເອງກໍ່ໄດ້ຮັບຜົນກະທົບບໍ່ໜ້ອຍເລີຍ
ບໍ່ສາມາດອອກມາທຳມາຫາກິນກັນຄືເກົ່າໄດ້ ທາງດ້ານຂອງໜຸ່ມເຈດກໍ່ບໍ່ໄດ້ນິ່ງນອນໃຈ
ອອກມາເລົ່າໃຫ້ຟັງກັນວ່າໃນຊ່ວງທຳອິດຕະຫຼາດແຫ່ງນີ້ກໍ່ໄດ້ຮັບຜົນກະທົບບໍ່ຫຼາຍເທົ່າໃດ
ເພາະທີ່ນີ້ເປີດແບບສົ່ງລາຍໃຫຍ່ມາຫາຂອງກັນ ສ່ວນຄົນທີ່ມາຫາເຄື່ອງແບບປີກກໍ່ມີນ້ອຍຄົນ
ເລີຍບໍ່ຄ່ອຍມີຄົນໃໝ່ໆເຂົ້າມາໃນພື້ນທີ່ເທົ່າໃດ ແຕ່ພໍສິຖານະການເລີ່ມໜັກຂຶ້ນກໍ່ເປັນຫ່ວງ
ທຸກຄົນເລີຍຕັດໃຈປິດຕະຫຼາດໄປກ່ອນເພື່ອຄວາມປອດໄພ ຮີບອອກມາຊ່ວຍເຫຼືອພີ່ນ້ອງປະຊາຊົນທັນທີ
ໂດຍຊ່ວຍລົດຄ່າເຊົ່າແຜງໃນຊ່ວງທຳອິດອີກທັງຍັງຊ່ວຍທຳຄວາມສະອາດດູແລຢ່າງດີອີກດ້ວຍ
ຈົນເຖິງເມື່ອຕອນທີ່ຕະຫຼາດຖືກສັ່ງໃຫ້ປິດເຂົາກໍ່ເຕັມໃຈທີ່ຈະຊ່ວຍຢ່າງເຕັມທີ່ເຖິງຄອບຄົວຂອງເຂົາ
ຈະຕ້ອງຂາດທຶນ ແຕ່ກໍ່ເລືອກທີ່ຈະບໍ່ໃຫ້ພໍ່ຄ້າແມ່ຄ້າຕ້ອງເສຍທຶນລາຍເດືອນໃຫ້ກັບຕະຫຼາດ
ພ້ອມທັງບອກວ່າຖ້າຫາກຕະຫຼາດແຫ່ງນີ້ສາມາດກ້າເປີດໄດ້ຕາມປົກກະຕິອີກຄັ້ງກໍ່ຊ່ວຍລົດ
ຄ່າແຜງລົງຄືເກົ່າຕິດຕໍ່ກັນອີກຫຼາຍໆເດືອນເພື່ອຊ່ວຍໃຫ້ທຸກຄົນຕັ້ງຕົວກັບມາເປັນປົກກະຕິໄດ້ໄວໆ