ເປີດພາບອະດີດນາງເອກແກ້ວໜ້າມ້າ ອອຍ ສິລິມາ ໃນໄວ 44 ປີ
ເຊື່ອວ່າຍັງມີຫຼາຍຄົນທີ່ຈື່ກັນໄດ້ສຳຫຼັບ ແກ້ວໜ້າມ້າ ປີ 2544 ທາງຊ່ອງ 7
ເຊິ່ງຜູ້ທີ່ໄດ້ຮັບບົດເປັນແກ້ວໜ້າມ້ານັ້ນກໍ່ຄື ອອຍ ສິລິມາ
ແລະໃນຕອນນີ້ກໍ່ຫ່າງຫາຍຈາກວົງການບັນເທິງໄປດົນນານນັບ 10 ປີ
ໂດຍ ອອຍ ກໍ່ຕັດສິນໃຈໄປຮຽນຕໍ່ປະລິນຍາໂທ ທີ່ທຳມະສາດ
ໃນຕອນນັ້ນ ທີ່ໃຜໆຮູ້ຈັກເຂົາເປັນຢ່າງດີຈາກຜົນງານລະຄອນເລື່ອງ ນາງສິບສອງ
ແລະແກ້ວໜ້າມ້າ ຈົນເຂົາໄດ້ຫັນມາເຮັດກິດຈະການສ່ວນຕົວ ຫຼັງຈາກທີ່
ອອກຈາກວົງການບັນເທິງໃນດ້ານຊີວິດຄອບຄົວ ເຂົາໄດ້ແຕ່ງງານກັບ ເຄີກ ໂຣນລິ້ງ
ອະດີດພະເອກບຸດເຄິ່ງຍຸກ 90 ພ້ອມທັງຍັງມີລູກຊາຍ 1 ຄົນ
ເຊິ່ງໃນປັດຈຸບັນ ອອຍ ສິລິມາ ມີລູກແລ້ວ 1 ຄົນ ຊື່ ນ້ອງຄີນ
ເປັນລູກຂອງເຂົາກັບສາມີນັກສະແດງໜຸ່ມລູກເຄິ່ງ ເຄີກ ໂຣນລິ້ງ ນັ້ນເອງ