ເອີ້ນໄດ້ວ່າເປັນອີກຂ່າວທີ່ກຳລັງຖືກເວົ້າເຖິງຢູ່ໃນຂະນະນີ້ ເອີ້ນໄດ້ວ່າເປັນດາລາອີກໜຶ່ງຄົນ
ທີ່ເພື່ອນໆຄົງຈະຄຸ້ນໜ້າຄຸ້ນຕາກັນເປັນຢ່າງດີສຳຫຼັບ ຍາຍແດງ ບຸນສີ ນັກສະແດງລຸ້ນໃຫຍ່
ທີ່ເຮັດໃຫ້ຫຼາຍໆຄົນໄດ້ເຫັນວ່າອາຍຸບໍ່ແມ່ນອຸປະສັກຕໍ່ການສະແດງ ທັງນີ້ຕົວເຂົາເລີ່ມຕົ້ນເຂົ້າສູ່ວົງການບັນເທິງໃນໄວ 52 ປີ
ໂດຍປັດຈຸບັນຍາຍແດງອາຍຸ 76 ປີ ແລະກໍ່ຍັງຄົງສະແດງລະຄອນຢູ່ເລື້ອຍໆ
ຍາຍແດງແຈ້ງເກີດຈາກລະຄອນເລື່ອງ 15 ຄ່ຳ ເດືອນ 11 ແລະເປັນໜຶ່ງໃນດາລາທີ່ເຂົ້າຊິງລາງວັນສະແດງຍອດຍ້ຽມແຫ່ງປີອີກດ້ວຍ
ເຈົ້າຕົວເປີດໃຈວ່າເຂົາໃຝ່ຝັນທີ່ເຂົ້າວົງການບັນເທິງ ເພາະຈະໄດ້ມີໂອກາດໄດ້ພົບກັບດາລາທີ່ຊື່ນຊອບຫຼາຍໆຄົນ
ສຸດທ້າຍນີ້ແຟນລະຄອນຢ່າງເຮົາໆບອກເລີຍວ່າ ຍານແດງມາໄກເກີນຝັນແລ້ວ ຂໍຊື່ນຊົມໃນຄວາມຕັ້ງໃຈຂອງເຂົາອີກດ້ວຍ
ໂດຍຫຼັງຈາກຫາຍໜ້າຫາຍຕາໄປດົນນານ ມື້ນີ້ເຮົາຈະພາທຸກຄົນມາເບິ່ງໂສມໜ້າແລະຊີວິດປັດຈຸບັນຂອງຍາຍແດງ
ທີ່ຕ້ອງບອກເລີຍວ່າດີຫຼາຍໆ ແລະນອກຈາກນີ້ເອີ້ນໄດ້ວ່າໂກອິນເຕີກັນໄປແລ້ວ ເນື່ອງຈາກ ຍາຍແດງ
ຍັງມີໂອກາດໄດ້ສະແດງພາບພະຍົນຕ່າງປະເທດທີ່ໄດ້ ເຂົ້າມາຖ່າຍເຮັດໃຫ້ເມືອງໄທອີກດ້ວຍຄືເລື່ອງ
ຮັກສະຫຼັບຂົ້ວ ນອກຈາກນີ້ຍັງໄດ້ພາກສຽງກາຕູນເລື່ອງ ເອັກໂຄ້ ຈິ໋ວກ້ອງໂລກ ໂດຍພາກສຽງເປັນ ແມ່ໝໍ ໃນປີ 2555 ອີກດ້ວຍ