ບໍ່ມີໃຜທີ່ຈະບໍ່ຮູ້ຈັກບິ໊ກບອສ ແຫ່ງເວິກພອຍທ໌ຢ່າງ ປັນຍາ ນິລັນດອນກຸນ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ເວິກພອຍທ໌ ເອັນເທີເທັນເມັນທ໌ ຈຳກັດ ມະຫາຊົນ
ຫຼືເສ່ຍຕາ ເຈົ້າພໍ່ລາຍການເກມໂຊຕົວພໍ່ຂອງເມືອງໄທຢ່າງບໍ່ຕ້ອງສົງໄສ
ແຕ່ວ່າດຽວນີ້ ເສ່ຍຕາ ປັນຍາ ກໍ່ວາງມືໃຫ້ລູກໆລຸ້ນຖັດໄປມາບໍລິຫານງານແທນ
ລວມທັງເຈົ້າຕົວກໍ່ກັບໄປດຳເນີນຊີວິດແບບລຽບງ່າຍ ໃຊ້ເວລາຢູ່ກັບຄອບຄົວ
ແລ້ວກໍ່ຫຼານໆ ບາງເທື່ອກໍ່ເຮັດສວນປູກຕົ້ນໄມ້ ໝາກໄມ້ນານາຊະນິດ ລວມທັງຜັກສວນຄົວໄວ້ລົ້ນຫຼາມ
ປັດຈຸບັນ ເສ່ຍຕາ ສະຕິປັນຍາ ໄດ້ເຜີຍພາບລົງພື້ນທີ່ເຮັດໃຫ້ກັບມືພ້ອມບອກວ່າ
ຈັດກຽມລານດອກຕາເວັນ ແມ່ເຖົ້າຢາກໃຫ້ຫຼານໆໄດ້ເບິ່ງ ພໍ່ເຖົ້າກັບຫຼານ
ຊ່ວຍກັນລຸຍປູກ ຖ້າເບິ່ງຜົນງານກັນເດີ້ #ວິຖີຊາວສວນມ່ວນຊື່ນ…