ຍົກໃຫ້ເປັນເລື່ອງລາວທີ່ມີຄົນເວົ້າເຖິງກັນຫຼາຍ ເອີ້ນໄດ້ວ່າເປັນອີກໜຶ່ງຄູ່ຮັກທີ່ໄດ້ປະກາດຂ່າວດີໄປເມື່ອບໍ່ດົນມານີ້ເຊິ່ງຫຼັງຈາກທີ່ລໍຄອຍເບບີ໋ຕົວນ້ອຍມາດົນນານກວ່າ 4 ປີ
ສຳຫຼັບຄູ່ສາມີພັນລະຍາ ຈຸ໋ຍ ວະລັດທະຍາ ກັບ ດີເຈພຸດ ລ່າສຸດທັງຄູ່ໄດ້ອອກມາໂພສຂ່າວດີວ່າໄດ້ເປັນວ່າທີ່ພໍ່ແມ່ປ້າຍແດງແລ້ວ
ພ້ອມກັບໂຊພາບອັດຕຣ້າຊາວຢ່າງປື້ມໃຈເປັນທີ່ສຸດ ໂດຍ ພຸດ ແລະ ຈຸ໋ຍໄດ້ຂຽນບອກເລົ່າໄວ້ດ້ວຍຫົວໃຈພອງຟູວ່າ
ໃນທີ່ສຸດກໍ່ສຳເລັດ PJ ນ້ອຍມາແລ້ວເດີ້ຄຳອວຍທີ່ທຸກໆຄົນໄດ້ອວຍພອນເຮົາ 2 ຄົນຕັ້ງແຕ່ຕອນແຕ່ງງານ ທັງທີ່ພົບຕໍ່ໜ້າ ແລະ ອວຍພອນຕາມຊ່ອງທາງຕ່າງໆ
ຕະຫຼອດ 3 ປີກ່ວາ ເຮົາ 2 ຄົນຢາກຂອບໃຈທຸກຄົນຫຼາຍໆ ເລີຍເດີ້
ທີ່ເອົາໃຈຊ່ວຍສົ່ງກຳລັງໃຈດີໆມາຕະຫຼອດ ເຂົາຄືຂອງຂວັນທີ່ດີທີ່ສຸດໃນວັນເກີດທີ່ໃກ້ຈະເຖິງຂອງເຮົາທັງຄູ່ແທ້ໆ
ນອກຈາກນີ້ທັງຄູ່ຍັງໄດ້ຂອບໃຈທຸກຝ່າຍທີ່ກ່ຽວຂ້ອງ ພຸດກັບຈຸ໋ຍຕ້ອງຂໍຂອບໃຈ GFC ອ.ພິທັກ ອ້າຍສົນ ອ້າຍຮວຍ ທີມນັກວິທະຍາ ແລະທີມພະຍາບານທຸກທ່ານ
ທີ່ຕັ້ງໃຈ ແລະທຸ້ມເທໃຫ້ເຮົາມີມື້ນີ້ ຜົນ AMH ຂອງຈຸ໋ຍນ້ອຍກວ່າ 0.01 FSH ກໍ່ສູງຫຼາຍ
ວັນທີ່ເຫັນຜົນເລືອດກໍ່ເຂົ່າຊຸດຖອຍໄປຄືກັນ ຮູ້ເລີຍວ່າໜ້າຈະເປັນເຄສຍາກຫຼາຍ ແຕ່ທຸກຢ່າງກໍ່ເປັນໄປໄດ້ແລ້ວ
ເຮົາຢູ່ທີ່ GFC ເກືອບຈະເປັນ ບ້ າ ອີກຫຼັງຕະຫຼອດ 1 ປີກ່ວາທີ່ຜ່ານມາ ຂອບໃຈຈາກໃຈເຮົາ 2 ຄົນແທ້ໆເດີ້ ຫຼັງລໍຖ້າມາຫຼາຍກ່ວາ 3 ປີ
ໃນທີ່ສຸດກໍ່ສົມຫວັງປະສົບຄວາມສຳເລັດ ເມື່ອຄອບຄົວຂອງຄູ່ຮັກຄົນບັນເທິງຢ່າງ ດີເຈພຸດ ແລະ ຈຸ໋ຍ ປະກາດຂ່າວດີເບບີ໋ຕົວມາເຕີມເຕັມຊີວິດຄອບຄົວແລ້ວ ເຊິ່ງລ່າສຸດວ່າທີ່ພໍ່ຢ່າງ
ດີເຈພຸດ ໄດ້ເປີດໃຈກາງລາຍການ ຫຼັງລາໄປດູແລພັນລະຍາດົນນານເຖິງ 3 ອາທິດ ເຊິ່ງໄດ້ເຜີຍເຖິງຄວາມຮູ້ສຶກວ່າ ຕື່ນເຕັ້ນຫຼາຍ ຫຼັງລໍຖ້າມາ 3 ປີ
ກ່ວາຈະມີນ້ອງ ພ້ອມເຜີຍວ່າຕອນນີ້ຮູ້ວ່າຜູ້ຍິງຫຼືຜູ້ຊາຍແລ້ວ ແລະຈະກຽມປະກາດໃນຊ່ອງຍູທູບອາທິດໜ້າ ພ້ອມເຜີຍເຖິງວ່າທີ່ແມ່ປ້າຍແດງວ່າ
ຈຸ໋ຍອາລົມດີຂຶ້ນກ່ວາຊ່ວງແລກໆ ຊ່ວງແລກໆ ມີພາວະຄວາມຄຽດ ແລະ ເປັນຊ່ວງທີ່ເຮົາຕ້ອງລຸ້ນ ວ່າທີ່ເຮົາຝັງນ້ອງເຂົ້າໄປ ຈະຢູ່ບໍ່
ແລະກໍ່ໄດ້ຟັງສຽງຫົວໃຈຂອງນ້ອງແລ້ວ ເອີ້ນໄດ້ວ່າງານນີ້ແຟນໆ ຂອງພຸດແລະຈຸ໋ຍ ຄົງຕ້ອງລໍຖ້າລຸ້ນກັນອີກຄັ້ງວ່າ PJ ນ້ອຍນັ້ນ ຈະເປັນຜູ້ຍິງຫຼືຜູ້ຊາຍກັນແທ້