ໜຸ່ມ ໂຕໂນ ພາຄິນ ຕັ້ງໃຈຈະລອຍຂ້າມປະເທດຈາກຝັ່ງໄທມາຫາ ຝັ່ງ ສປປລາວ
ແລະ ກັບໄທ ໂດຍເລືອກເອົາແມ່ນ້ຳຂອງ
ເພື່ອຫາເງິນບໍລິຈາກທີ່ໄດ້ຮັບຈາກການລອຍນໍ້າຄັ້ງນີ້
ທັງໝົດມອບໃຫ້ໂຮງໝໍສອງຝັ່ງແມ່ນ້ຳຂອງ ທັງ ລາວ-ໄທ
ນອກຈາກມີໜຸ່ມໂຕໂນ້ ແລ້ວ ຍັງມີເພື່ອນຄົນດັງອີກຫຼາຍຄົນເຊັ່ນ: ມາຣີໂອ້ ມາວເລີ້
ທີ່ຈະໄປຊ່ວຍພາຍເຮືອ ລວມທັງນັກສະແດງຍິງທີ່ຈະຊ່ວຍຟ້ອນລໍາຖວາຍ ພຮະຍານາກເຊັ່ນດຽວກັນ
ໂຕໂນ້ກວ່າວ່າ ມີຄວາມຕັ້ງໃຈທີ່ຈະກັບຄືນໄປລອຍນໍ້າອີກ
ແຕ່ເທື່ອນີ້ເລືອກເອົາແມ່ນ້ຳຂອງ
ເພາະຂ້ອຍຮູ້ສຶກວ່າ ແມ່ນ້ຳຂອງ ເປັນແມ່ນ້ຳທີ່ສຳຄັນຂອງປະເທດ
ທັງໃນຄວາມເຊື່ອຖືຂອງຊາວອີສານເຊັ່ນດຽວກັນ ຕັ້ງໃຈຈະລອຍຈາກຝັ່ງໄທຂ້າມໄປລາວ
ລະຈາກລາວກັບຄືນໄປໄທ ໂດຍຈະເລີ່ມຝຶກຊ້ອມໃນເດືອນກັນຍາ
ແລະ ຄາດວ່າຈະລອຍນໍ້າໃນເດືອນຕຸລາ ໃຊ້ເວລາລອຍນໍ້າພຽງ 1 ມື້
ແລະ ຍັງບໍ່ຕັ້ງເປົ້າໝາຍທີ່ຈະບໍລິຈາກ
ທຶນທັງໝົດແມ່ນມີຈຸດປະສົງບໍລິຈາກໃຫ້ແກ່ໂຮງໝໍນະຄອນພະນົມ
ແລະ ໂຮງໝໍທ່າແຂກ ສປປ ລາວ