ຕ້ອງບອກເລີຍວ່າເປັນອີກຫນຶ່ງດາລາຮຸ່ນໃຫ່ຍທີ່ຫຼາຍຄົນຮູ້ຈັກກັນເປັນຢ່າງດີ
ທີ່ປັດຈຸບັນຫຼີ້ນລະຄອນຕ້ອງຮັບບົດເປັນພໍ່ຢູ່ຕະຫລອດ ສຳລັບ ປໍ້ ປະລິຍາ ວິກລານ
ໂດຍເຂົາແຈ້ງເກີດຈາກ ບົດລະຄອນຍອດຍ້ຽມຢ່າງ ກົງກຳ
ຮັບບົດເປັນ ຫລັກເຊ້ງ ມີລູກ 4 ຄົນຄື ເຫຍໃຊ້ (ເພັດ ຊະກິດ ຕະເວັນພົງ) ອາຊາ (ເຈມ ຈິລາຍຸ ຕັ້ງຄີສຸກ) ອາຕົງ
(ແຊມ ຊະນາລິບ ໂພທອງຄຳ) ອາສີ່ (ອໍກັດ ວະຊິລະວິດ ໄພສານກຸນລະວົງ) ໂດຍມີພັນລະຍາຄື ອາຍ້ອຍ (ໃຫ່ມ ຈະເລີນປູລະ)
ໂດຍນ້ອຍຄົນຈະຮູ້ວ່າຊິວີດຈິງຂອງເຂົານັ້ນມີພັນລະຍາແລ້ວ ແລະ ເປັນນັກສະແດງຮຸ່ນໃຫ່ຍຢ່າງ ກຸນເກນິດ ຄຸ້ມຄອງ ແລະ ມີທາຍາດດ້ວຍກັນ 1 ຄົນ
ເປັນລູກຊາຍຊື່ ປັ້ບໂປ້ ທີ່ວັນນີ້ເຮົາຈະພາທຸກຄົນມາດູໂສມຫນ້າຂອງລູກຊາຍທີ່ບໍ່ຄ່ອຍໄດ້ພາອອກສື່
ທີ່ຕ້ອງບອກເລີຍວ່າຫນ້າຕາດີຫຼາຍ ແຕ່ທັງນີ້ເຂົາກັບບໍ່ເລືອກຕາມຮອຍຕາມພໍ່ແມ່ ເຊິ່ງປໍ້ ເຄີຍເວົ້າວ່າ ຂ້ອຍມີລູກຊາຍຄົນດຽວ
ຫາກໍ່ຮຽນຈົບທີ່ມະຫາໄລກຸງເທບລູກຂ້ອຍບໍ່ຄ່ອຍມັດວົງການບັນເທິງເທົ່າໃດ ກໍ່ມີຫຼາຍຄົນເຫັນຫນ້າເຫັນຕາ
ກໍ່ບອກວ່າຫນ້າຈະເຂົ້າມາ ແຕ່ຂ້ອຍກໍ່ບຊ່ບັງຄັບ ແລ້ວແຕ່ເຂົາ ຄືເຂົາອາດຈະເຫັນພໍ່ແມ່ມາຫຼາຍ
ກໍ່ເລີຍບໍ່ສົນໃຈ ບໍ່ແມ່ນແນວທາງທີ່ມັກຂອງເຂົາ ເຮົາກໍ່ບໍ່ໄດ້ບັງຄັບ ປ່ອຍໃຫ້ເຂົາເຮັດຕາມຄວາມມັກຂອງເຂົາດີກວ່າ
ຢ່າງໃດກໍ່ດີຫາກໃຜຢາກຕິດຕາມຊິວີດຄອບຄົວ ແລະ ບຸດຊາຍຂອງປໍ້ກໍ່ສາມາດຕິດຕາມຕໍ່ກັນໄດ້ທີ່ອິນສະຕາແກຮມ
ແລະ ເຟສຍຸກສ່ວນຕົວກັນໄດ້ ສຳລັບປະຫວັດສ່ວນຕົວ ປໍ້ເກີດເມື່ອວັນທີ່ 3 ພະຈິກ ປີ 1968 ເປັນນາຍແບບ ນັກສະແດງຊາວໄທ ໄທສາຍຈີນ
ທີ່ມີຜົນງານການຖ່າຍແບບ ແລະ ການສະແດງຫຼາຍ ໂດຍທາງດ້ານຊິວີດຮັກປໍ້ເຄີຍເລົ່າວ່າເປັນຄວາມຮັກທີ່ເກີດທີ່ເກີດຂື້ນໃນກອງວ່າ
ເຮົາໄດ້ພົບກັນຕອນຫຼີ້ນເລື່ອງ “ຄຳພິພາກສາ” ເປັນຄວາມຮັກທີ່ຄ່ອຍດູແລເອົາໃຈໃສ່ ເຊິ່ງກັນ ແລະ ກັນມາເລື້ອຍໆ ຈົນເຖິງ ທຸກວັນນີ້ເລີຍ