ເຊື່ອວ່າຫຼາຍຄົນຮູ້ຈັກແລະຄຸ້ນໜ້າຄຸ້ນຕາກັນຢູ່ບໍ່ໜ້ອຍສຳຫຼັບພະເອກໜຸ່ມສຸດຫຼໍ່ ມາລິໂອ້ ເມົາເຣີ້
ພະເອກໜຸ່ມທີ່ສ້າງຮອຍຍິ້ມແລະມີຜົນງານຄຸນນະພາບຢ່າງຫຼວງຫຼາຍອອກມາໃຫ້ເຮົາໄດ້ຊົມກັນຢ່າງຕໍ່ເນື່ອງ
ເຖິງແມ່ນວ່າຈະບໍ່ໄດ້ມີຫຼາຍຄືເມື່ອກ່ອນແຕ່ເຊື່ອວ່າຫຼາຍຄົນຄົງຕ່າງຄິດເຖິງຝີມືຂອງເຂົາຄົນນີ້ແນ່ນອນ
ເພາະບໍ່ວ່າຈະຫຼິ້ນເລື່ອງໃດກໍ່ຈະເປັນທີ່ຈົດຈຳແລະທີ່ເວົ້າເຖິງຂອງແຟນໆຢູ່ສະເໝີ ສຳຫຼັບໜຸ່ມຄົນນີ້
ເອີ້ນໄດ້ວ່າເຂົ້າວົງການມາຕັ້ງແຕ່ເດັກນ້ອຍເລີຍທີດຽວເຮັດໃຫ້ເຮົາໄດ້ເຫັນການເຕີບໃຫຍ່ຂອງເຂົາມາຢູ່ຕະຫຼອດ
ໂດຍສະເພາະເມື່ອຫຼາຍປີທີ່ຜ່ານມາຕ້ອງບອກເລີຍວ່າເຈົ້າຕົວນັ້ນໄດ້ໄປໂກອິນເຕີເຖິງຕ່າງປະເທດ ນັບວ່າ
ເປັນພະເອກທີ່ມີຄົນຊື່ນຊົມຫຼາຍ ເພາະຈາກທີ່ໄດ້ໄປດັງຢູ່ຈີນແລະໄດ້ໄປໂຊຕົວ ກໍ່ເຮັດເອົາຫ້າງ
ເກືອບບໍ່ມີທີ່ຢູ່ ເພາະພຽງແຕ່ມາລິໂອ້ຄົນດຽວຍ່າງໄປໃສຕ້ອງໃຊ້ບໍດິກາດກ່ວາ 200 ຄົນ ມາ
ເບິ່ງ ແລະສົ່ງກຳລັງໃຈໃຫ້ຫຼາຍໆທັງນອກແລະໃນຫ້າງເລີຍທີດຽວ ແລະບໍ່ໄດ້ດັງພຽງແຕ່ຢູ່ຈີນເທົ່ານັ້ນ ແຕ່
ເປັນທີ່ຮູ້ຈັກແຟນໆອີກຫຼາຍທີ່ເລີຍ ສ່ວນເລື່ອງຄ່າຕົວນັ້ນຕ້ອງບອກເລີຍວ່າສູງແຮງເປັນອັນດັບຕົ້ນໆ
ຂອງດາລາທີ່ໄປດັງຕ່າງປະເທດເລີຍທີດຽວ ນັບວ່າເປັນຄວາມສຳເລັດໃນຊີວິດອີກຂັ້ນໜຶ່ງເລີຍ ສ່ວນເລື່ອງ
ຄວາມຮັກຕອນນີ້ກໍ່ຕ້ອງບອກເລີຍວ່າລົງຕົວ ແລະໄປໄດ້ດີຫຼາຍຫຼັງຈາກທີ່ຄົບຫາດູໃຈກັບນາງເອກລຸ້ນນ້ອງ ຈັນຈິ
ມານານກ່ວາແປດປີ ເອີ້ນໄດ້ວ່າຮັກຍັງຫວານກັນຢູ່ບໍ່ໜ້ອຍເລີຍຢ່າງທີ່ຜ່ານມາເຮົາກໍ່ຈະເຫັນວ່າທັງຄູ່
ມານານກ່ວາແປດປີ ເອີ້ນໄດ້ວ່າຮັກຍັງຫວານກັນຢູ່ບໍ່ໜ້ອຍເລີຍຢ່າງທີ່ຜ່ານມາເຮົາກໍ່ຈະເຫັນວ່າທັງຄູ່
ນັ້ນ ມີໂມເມັ້ນຫວານໆອອກມາ ໃຫ້ເຮົາໄດ້ເຫັນກັນຢູ່ເລື້ອຍໆ ເຖິງແມ່ນວ່າເມື່ອກ່ອນຈະບໍ່ຄ່ອຍມີຫຼາຍເທົ່າໃດ ຊີວິດຕອນນີ້ກຳລັງ
ໄປໄດ້ດີເລີຍທີດຽວ ບໍ່ວ່າຈະເປັນເລື່ອງຂອງຄວາມຮັກ ຄອບຄົວໜ້າທີ່ການງານ ກໍ່ຕ້ອງຂໍຍິນດີກັບໜຸ່ມຄົນນີ້ນຳເດີ້