ອໍເຈົ້າ ພ້ອມລະບໍ່! ພີ່ໝື່ນ-ແມ່ຍິງກາລະເກດ ຊວນເບິ່ງໜັງ ບຸບເພສັນນິວາດ 2
ອໍເຈົ້າ ພ້ອມລະບໍ່! ພີ່ໝື່ນ-ແມ່ຍິງກາລະເກດ ເຊີນອໍເຈົ້າເຂົ້າໂຮງຫນັງ
ຮັບຄວາມສຸກສຸດບັນເທິງກັບພາບພະຍົນ ບຸບເພສັນນິວາດ 2 28 ກໍລະກົດ ນີ້ ທີ່ໂຮງໜັງທົ່ວປະເທດ
ບຸບເພສັນນິວາດ 2 ພາບພະຍົນຮ່ວມທຶນຟອມໃຫຍ່ຂອງ ຈີດີເອຊ ແລະ ບໍລະອົດຄາຊ ໄທ ເທເລວິຊັ່ນ
ຜົນງານລ່າສຸດຂອງ ປິ້ງ-ອະດິດສອນ ຕີສີລີກະເສງ ຜູ້ກຳກັບ ລົດໄຟຟ້າ…ຫາຫານະເຈົ້າ
ແລະ ນ້ຳຕາກາມະເທບ ບອກເລື່ອງລາວຄວາມຮັກໃນຊາດພົບໃໝ່ຂອງພີ່ໝື່ນ ແລະ ແມ່ຍິງກາລະເກດ ນຳສະແດງ ໂດຍ
ໂປ໊ບ-ທະນາວັດ ວັດທະນະພູມ ແລະ ເບວລ່າ-ລານີແຄມເປນ ຮ່ວມດ້ວຍ ໄອ-ພາລິສ ອິນທະລະໂກມາສຸ ພ້ອມສາຍ 28 ກໍລະກົດນີ້ ໃນໂຮງພາບພະຍົນ
ພາບພະຍົນ ບຸບເພສັນນິວາດ 2 ເລົ່າເລື່ອງລາວຂອງພີ່ໝື່ນ ແລະ ແມ່ຍິງກາລະເກດ ທີ່ຫຼັງຈາກຄອງຮັກກັນຢ່າງຫວານຊື່ນຈົນຕາຍ
ຈາກເມື່ອຄັ້ງສະໄໝອະຍຸດທະຍາ ທັງສອງກໍ່ໄດ້ກັບມາເກີດໃໝ່ ໃນສະໄໝລັດຕະນະໂກສິນ ຕອນເຕັ້ນ ແຕ່ກັບມີພຽງຄົນດຽວທີ່ຍັງເຊື່ອໃນເລື່ອງບຸບເພສັນນິວັດ…
ພົບ (ໂປ໊ປ ທະນາວັດ) ນາຍຊ່າງໜຸ່ມຜູ້ມີຮອຍຍິ້ມຫວານທີ່ສຸດໃນສະຫຍາມປະເທດໄທຝັນເຖິງຍິງສາວຄົນໜຶ່ງມາດົນຫຼາຍປີ
ຈົນເຂົາເຊື່ອໝົດໃຈວ່າລາວຄືຄູ່ບຸບເພສັນນິວາດ ແລະ ເມື່ອເຂົາໄດ້ພົບກັບ ເກດ (ເບລລ່າ ລານີ) ຜູ້ຍິງທີ່ໜ້າຄືສາວໃນຝັນຂອງເຂົາເປ໊ະໆ
ພົບຈຶ່ງຕາມຈີບລາວຢ່າງບໍ່ລັງເລ ແຕ່ຕິດຕົງທີ່ເກດເປັນຜູ້ຍິງຫົວກ້າວໜ້າເພາະໄດ້ຮັບການສຶກສາຈາກບົດຫຼວງຝຣັ່ງ
ລາວຈຶ່ງບໍ່ເຊື່ອເລື່ອງບຸບເພສັນນິວາດ ແຖມຍັງບໍ່ມັກຂີ້ໜ້າພົບເລີຍຈັກໜ້ອຍ ເພາະຕອນນີ້ລາວກຳລັງສົນໃຈ ເມຖັດ (ໄອ ພາລິສ)
ຊາຍໜຸ່ມໜ້າຝຣັ່ງທີ່ມັກໃຊ້ຄຳເວົ້າແປກໆຜິດຍຸກ ແຕ່ດັນໄປພ້ອງກັບຂໍ້ຄວາມໃນສະໝຸດບັນທຶກບູຮານຂອງຄຸນຍິງກາລະເກດ
ທີ່ຫາກໍ່ຖືກຄົ້ນພົບຫຼືເມຖັດຈະເດີນທາງຍ້ອນເວລາມາຈາກອະນາຄົດເຊັ່ນດຽວກັນກັບແມ່ຍິງກາລະເກດ!
ເລື່ອງຮັກຍັງບໍ່ຄີ້ຄາຍ ກໍດັນມີເລື່ອງວຸ້ນວາຍໃຫ້ພົບ ເກສອນ ແລະ ເມຖັດ ຕ້ອງເຂົ້າໄປພົວພັນກັບເຫດການທາງປະວັດຕິສາດຂອງຊາດບ້ານເມືອງ
ໃນຍຸກທີ່ບຸກຄົນຫຼາຍທ່ານຍັງມີຊິວີດຢູ່ ບໍ່ວ່າຈະເປັນ ສຸນະພູ ກະວີເອກຂອງໂລກ ມອບລັດເລີຍ ບິດາແຫ່ງການພິມ ບາດຫຼວງປານເລິກົວ
ຜູ້ນຳກ້ອງຖ່າຍຮູບເຂົ້າມາໃນປະເທດເປັນຄົນທຳອິດ ແລະ ນາຍຫ້າງແຕ່ ເຈົ້າຂອງຫ້າງສັບພະສິນຄ້າແຫ່ງທຳອິດຂອງໄທ
ແລະ ຍັງເປັນຜູ້ນຳເຮືອກົນໄຟ ເອັກສະເປສ ມາສະເໜີຂາຍແກ່ສະຫຍາມຈົນນຳມາເຊິ່ງເລື່ອງລຸກລາມບານປາຍ ທີ່ອາດຈະເຮັດໃຫ້ປະວັດຕິສາດເກີດການປ່ຽນແປງ
ພົບ ແລະ ເກສອນຈະຮັກສາປະຫວັດຕິສາດໃຫ້ເປັນເຊັ່ນເດີມໄດ້ຫຼືບໍ່ ຄວາມຮັກທັງຄູ່ຈະລົງເອີຍຢ່າງໃດ ບຸບເພສັນນິວາດຈະນຳພາພວກເຂົາໄປພົບສິ່ງໃດກັນ..