ຕ້ອງບອກເລີຍວ່າເປັນອີກໜຶ່ງຄົນທີ່ເອີ້ນໄດ້ວ່າປະສົບຄວາມສຳເລັດໃນວົງການເພງໄທ
ສຳຫຼັບ ນ້ອງສະໄປ້ ຫຼື ສຸກົນລະວັດ ພວງສົມບັດ ແລັບເປີ້ຕົວນ້ອຍຂວັນໃຈໄວລຸ້ນ
ຊາວສະເຊິງເທົາໄວ 15 ປີ (ເຫັນແບບນີ້ແຟນຄັບຫຼາຍພໍຕົວເລີຍ)
ໂດຍ ສະໄປ້ ກ້າວເຂົ້າສູ່ວົງການບັນເທິງຈາກການຕັດສິນໃຈ
ເຂົ້າຮ່ວມປະກວດຮ້ອງເພງໃນລາຍການ ຊຸບເປີ້ເທັນ
ເຈົ້າຕົວໂຊຄວາມສາມາດໃນການຮ້ອງເພງແບບເກົ່າ ຜະສົມຜະສານການແລັບ
ເຊິ່ງເຮັດໃຫ້ຫຼາຍໆຄົນຊື່ນຊົມໃນຕົວຂອງເຂົາຫຼາຍ (ຖືກເອີ້ນວ່າ ແລັບເປີ້ເກີບແຕະ)
ເຊິ່ງເດີມທີນັ້ນນ້ອງເປີດໃຈວ່າ ທາງບ້ານມີຖານະທີ່ຂ້ອນຂ້າງ ລຳບາກ ພໍ່ກັບແມ່ຫາເຊົ້າກິນຄ່ຳ
ຄອບຄົວຫາທຶນໄດ້ພໍໃຊ້ແຕ່ບໍ່ພໍເກັບ (ດຸໝັ່ນ ແລະ ອົດທົນແທ້ໆ)
ທັງນີ້ໃນເວລາວ່າງຕົນມັກຈະໄປຊ່ວຍພໍ່ຕັ້ງແຜງເຂົ້າໂພດຂົ້ວຕາມຕະຫຼາດນັດເຊິ່ງນອກຈາກຈະຊ່ວຍເປັນ
ຫູເປັນຕາໃຫ້ພໍ່ແມ່ແລ້ວ ຕົນຍັງຊ່ວຍດູແລນ້ອງທີ່ຍັງເດັກນ້ອຍອີກດ້ວຍ
ແມ່ນຫຍັງທີ່ພໍຈະເຮັດໄດ້ ສະໄປ້ ກໍ່ຈະເຮັດທັງໝົດເພື່ອແບ່ງເບົາພາລະ
ດ້ວຍຄວາມເປັນຢູ່ປັດຈຸບັນ ສະໄປ້ ຈຶ່ງໄດ້ຕັດສິນໃຈເຂົ້າປະກວດຮ້ອງເພງອີກຄັ້ງໂດຍຄັ້ງນີ້
ເຈົ້າຕົວເຂົ້າຮອບເປັນຮອງເຖິງແຊ້ມເຮັດໃຫ້ເຂົາແຈ້ງເກີດຢ່າງເຕັມຕົວ
ແລະເປັນທີ່ຮູ້ຈັກໄປທົ່ວ (ເພງຂອງເຂົາດັງເປັນອັນດັບທີ່ 89 ຂອງໂລກ)
ເຊິ່ງທຸກມື້ນີ້ ສະໄປ້ ໜຸ່ມຕົວນ້ອຍຂອງເຮົາສາມາດລ້ຽງດູຄອບຄົວຕົວເອງໄດ້ດ້ວຍລຳແຄ່ງຕົວເອງ ໜ້າຊື່ນຊົມຫຼາຍໆເລີຍ