ມີຄົນຮູ້ຈັກເປັນວົງກວ້າງເລີຍທີ່ດຽວສຳລັບ ຈັນທະນາ ຄີລິຜົນ ຫລື ປ້ານົກນັກສະແດງຊາວໄທ ທີ່ມັກຫຼີ້ນບົດຄົນໃຊ້ສະໄໝກ່ອນ
ແຕ່ລວຍເປັນພັນລ້ານແມ້ຮຽນຈົບພຽງຊັ້ນປະຖົມສຶກສາປີທີ່ 4 ເຂົ້າວົງການບັນເທິງຈາກການຊວນຂອງອາຈານສຸພັນ ບູລະນະພິມ
ແລະ ອາຈານພັດທາວະດີ ສີໄຕລັດ ແລະ ມີຜົນງານລະຄອນເລື່ອງທຳອິດ ຄື ຂະບວນການຄົນໃຊ້
ເຊິ່ງເຮັດໃຫ້ລາວມີຊື່ສຽງ ແລະ ເປັນທີ່ຮູ້ຈັກຕໍ່ມາປະກອບທຸລະກິດສ່ວນຕົວຈົນມີເງິນເປັນພັນລ້ານ
ໃຜໆຕ່າງກໍ່ເຂົ້າຫາ ຊິວີດປັດຈຸບັນ ໃຊ້ຊິວີດລຽບງ່າຍດູແລລູກຫລານ
ຖືເປັນນັກສະແດງອາວຸໂສທີ່ສາມາດຫຼີ້ນລະຄອນໄດ້ທຸກບົດບາດເຊັ່ນ ຄົນຮັບໃຊ້ ແລະ ບົດອື່ນໆ ແລະ
ເລີ່ມຜັນຕົວໄປເປັນອາຊີບນັກສະແດງອິດສະລະເຖິງແມ້ວ່າຈະແຕ່ງງານໄປແລ້ວເທິງ 2 ຄັ້ງ
ທີ່ສະລະໂສດແຕ່ງງານໃຫ່ມໃນໄວ 65 ປີ ແຟນຫນຸ່ມນອກວົງການ ອະດິດຜູູ້ການການບິນໄທ
ແລະ ເປັນເຈົ້າຂອງລີສອດ ບ້ານສວນວັງ ຈ.ຕຮັງ ໄປເມື່ອປີ 2016 ລາວກໍ່ໄດ້ອອກມາເຜີຍວ່າ
ກວ່າຈະມີຢ່າງທຸກມື້ນີ້ໄດ້ ເສັ້ນທາງຊິວີດກໍ່ບໍ່ໄດ້ລຽບງ່າຍສະເຫມີໄປ ຕອນທີ່ເຂົ້າວົງການມາໃຫ່ມໆ
ຖືກຊວນໄປຫຼີ້ນຫນັງ ຕໍ່ມາກໍ່ເຂົ້າສະມາຄົມນັກສະແດງອາຊິບແຫ່ງປະເທດໄທ ມາຮຽນການສະແດງ
ຊ່ວງທຳອິດບໍ່ໄດ້ຮັບບົດເປັນຄົນໃຊ້ແຕ່ໄດ້ຮັບບົດເປັນນາງເອງ ທາງຊ່ອງ 3 ປະມານ 4 ເຖິງ 5 ເລື່ອງ
ຫລັງຈາກອາຍຸເລີ່ມຫຼາຍຂື້ນ ຫມົດຍຸກແຫ່ງການເປັນນາງເອກ
ເພາະເລີ່ມມີນາງເອກຫນ້າໃຫ່ມເຂົ້າວົງການມາ ເລີຍມາຮັບບົດເປັນຄົນໃຊ້ ມັນເຖິງຕະຫລົກໄດ້
ດ້ວຍຄວາມທີ່ວ່າມີຄອບຄົວທີ່ຕ້ອງດູແລກໍ່ເລີຍຍອມໄປຫຼີ້ນ ສະໄຫມທີ່ເປັນນັກສະແດງຮັບເປັນສາວຄົນຮັບໃຊ້
ລາວມີບຸດຊາຍ ກຸຊົງ ໂອມມະຫາລວຍບຸດຊາຍທີ່ເກີດຈາກສາມີຄົນທຳອິດ ຕອນນັ້ນລາວມີບຸດຄົນເລັກໄດ້ພຽງແຕ່ 7 ເດືອນເທົ່ານັ້ນ
ໄດ້ເລິກກັນກັບສາມີໄປບຸດຊາຍຕົນກໍ່ຍອມຮັບວ່າເປັນຄົນທີ່ຕິດແມ່ຫຼາຍ ແມ່ຕັ້ງໃຈດູແລທັງ 3 ຄົນ
ດ້ວຍຕົວຄົນດຽວໂດຍບໍ່ຫວັງເພິ່ງພໍ່ ພານ້ອງທັງ 3 ຄົນໄປຢູ່ຕ່າງຈັງຫວັດ ເຮັດຮ້ານອາຫານ
ພໍເລີ່ມມີເງິນກໍ່ເລີ່ມໄປເຮັດຮ້ານຖ່າຍຮູບຕອນນັ້ນຮັບຈ້າງຖ່າຍຮູບ ມ້ວນລະ 700ບາດ
ແຕ່ວ່າຕອນນັ້ນກໍ່ໄດ້ເກີດນຳ້ທ່ວມໃຫ່ຍເຂົ້າຂອງທຸກຢ່າງຖືກພັດໄປຕາມນຳ້
ຊ່ວງເລີ່ມທີ່ຮັບບົດເປັນສາວໃຊ້ ເວລາບຸດຊາຍຂອງຕົວເອງໄປຮຽນ ດ້ວຍຄວາມທັງ 3 ຄົນນັ້ນໄປຮຽນຢູ່ໂຮງຮຽນດຽວກັນກໍ່ເລີ່ມມີເພື່ອນເວົ້າລໍ້ລ້ຽນ
ວ່າມີແມ່ເປັນຄົນໃຊ້ ທັງສາມກໍ່ພະຍາຍາມແກ້ຕ່າງວ່າແມ່ເຮົາບໍ່ແມ່ນຄົນໃຊ້ ແມ່ເຮົາເປັນນັກສະແດງຫຼີ້ນເປັນເພື່ອນນາງເອກ
ແຕ່ເປັນບົດຄົນໃຊ້ ຄົນເປັນແມ່ຢ່າງຄຸນນົກກໍ່ເລີຍຕັດສິນໃຈບໍ່ຮັບຫຼີ້ນລະຄອນແລ້ວ
ຫລັງຈາກເກີດເຫດການໄດ້ປ່ຽນແປງ ເຮັດໃຫ້ກາຍເປັນວ່າບໍ່ມີເງິນ ຫລັງຈາກທີ່ຈ່າຍໄປຫມົດແລ້ວໄດ້ໄປເຮັດຫນັງໂຄສະນາ
ພາກສຽງກຳປູເຈຍປາກົດວ່າດັງຫຼາຍ ແລະ ຊິວີດກໍ່ເລີ່ມຄ່ອຍໆດີຂື້ນຕາມລຳດັບ