ຕ້ອງບອກວ່າເປັນອີກໜຶ່ງນັກສະແດງພິທີກອນທີ່ຫຼາກຫຼາຍຄວາມສາມາດຫຼາຍໆ ສຳລັບຄົນໃນວົງການບັນເທິງໃນຍຸກນີ້
ບໍ່ໄດ້ມີພຽງພະເອກ ຫຼື ນາງເອກທີ່ສາມາດຫາທຶນໃຫ້ຕົນເອງ ໄດ້ເຖິງເຈັດຫຼັກ ແປດຫຼັກໃນເວລາບໍ່ຈັກປີ
ແຕ່ຍັງມີພິທີກອນດີເຈ ຫຼື ກະທັ້ງບົດທົ່ວໄປກໍ່ສາມາດເຮັດໄດ້ ເຊິ່ງໜຶ່ງໃນຄົນທີ່ພິສູດໃຫ້ຄົນອື່ນໆໄດ້ເຫັນວ່າ
ຄວາມຂະຫຍັນສາມາດເຮັດໃຫ້ຄົນເຮົາຮັ່ງມີໄດ້ໂດຍບໍ່ຈຳເປັນຕ້ອງເປັນຄົນດັງແມ່ນຫຍັງຫຼາຍ
ນັ້ນກໍ່ຄື ດີເຈນຸ້ຍ ທະນາວັດ ປະສິດສົມພອນ ດີເຈແຖວໜ້າແຫ່ງວົງການ
ທີ່ເດີນໜ້າລຸຍ ອີເວັ້ນຕ່າງໆຈົນແທບບໍ່ມີເວລາໄດ້ພັກຜ່ອນ ເຊິ່ງກ່ອນໜ້ານີ້ເຂົາເຄີຍໃຫ້ສຳພາດຜ່ານສື່ວ່າ
ປົກກະຕິແລ້ວ ຈະບໍ່ຄ່ອຍປ່ອຍໃຫ້ຕົນເອງວ່າງພາຍໃນໜຶ່ງເດືອນເຂົາຈະຂໍ ພັກຜ່ອນພຽງແຕ່ວັນດຽວ ທັງນີ້ບໍ່ວ່າ
ເຮົາຈະເປີດໂທລະທັດ ຫຼື ເບິ່ງສື່ຊ່ອງທາງໃດເຮົາກໍ່ມັກຈະໄດ້ເຫັນດີເຈນຸ້ຍຄົນນີ້ ແທບຈະທຸກຊ່ອງທາງ ໂດຍເຈົ້າຕົວ
ຍອມຮັບວ່າຕົນນັ້ນໄດ້ຮັບໜ້າທີ່ເປັນທັງພິທີກອນ ແລະ ດີເຈ ເອົາໄວ້ຫຼາຍລາຍການ ຫຼາຍຊ່ອງທາງ
ຮູ້ຕົວອີກທີວັນຫຍຸດຄັ້ງຕໍ່ໄປຂອງເຂົາກໍ່ແທບຈະບໍ່ເຫຼືອແລ້ວປີນີ້ ເຊິ່ງຄວາມທຸ້ມເທໃຫ້ກັບວົງການ
ບັນເທິງຂອງເຂົາເຮັດໃຫ້ດີເຈນຸ້ຍມີທຸກຢ່າງໄດ້ດັ່ງທີ່ໃຈຕ້ອງການ ບໍ່ວ່າເປັນເຮືອນ ລົດສະປອດ
ແຖມທຸກຢ່າງຂອງເຂົາມາຈາກການໃຊ້ທຶນສົດ ແລະ ບໍ່ຕິດພັນທະໃດໆທັ້ງສິ້ນ ເອີ້ນໄດ້ວ່າທຸກວັນນີ້
ດີເຈນຸ້ຍຢູ່ໃນຊ່ວງທີ່ສູງສຸດຂອງຊິວິດກໍ່ວ່າໄດ້ ທັງນີ້ເຖິງແມ່ນວ່າຕົວດີເຈນຸ້ຍຈະໄດ້ດິບໄດ້ດີແຕ່ຕົວເຂົາກໍ່ບໍ່ເຄີຍ
ລືມພໍ່ກັບແມ່ທີ່ລ້ຽງດູເຂົາມາ ດີເຈ້ນຸ້ຍມອບທຸກຢ່າງທີ່ພໍ່ກັບແມ່ເຂົາຕ້ອງການ ຕົນຍອມຮັບວ່າ
ທຸກເວລາທີ່ທຸ້ມເທໄປນັ້ນ ມີພໍ່ແມ່ເປັນກຳລັງໃຈທີ່ສຳຄັນ ເຂົາຈະເຮັດທຸກຢ່າງເພື່ອບໍ່ໃຫ້ທ່ານຕ້ອງອົດຢາກ
ໄດ້ຍິນດີເຈນຸ້ຍເວົ້າແບບນີ້ກໍ່ອົດດີໃຈແທນຄອບຄົວຂອງດີເຈນຸ້ຍບໍ່ໄດ້ແທ້ໆ ຂໍຊື່ນຊົມໃນຄວາມກະຕັນຍູ