ຕ້ອງບອກວ່າເປັນອີກໜຶ່ງນັກສະແດງທີ່ຫຼາຍຄົນຮູ້ຈັກກັນເປັນຢ່າງດີ ສຳຫຼັບ ຈ໊ຽບ ໂສພິດນະພາ
ນັກສະແດງສາວມາກຄວາມສາມາດ ແລະສາມີໜຸ່ມ ທິຕິນັນ ຊຸມພານີ
ເສັ້ນທາງຮັກຂອງທັງສອງນັ້ນໄດ້ເລີ່ມຕົ້ນມາຈາກການພົບກັນຄັ້ງທຳອິດໃນພາບພະຍົນເລື່ອງ ກຸມພາພັນ
ໂດຍທັງສອງນັ້ນໄດ້ຮ່ວມສະແດງນຳກັນພຽງແຕ່ສາກດຽວເທົ່ານັ້ນ
ສາມີໜຸ່ມຂອງສາວຈ໊ຽບໄດ້ຫຼິ້ນເປັນອະດີດແຟນຂອງລາວ
ຫຼັງຈາກສະແດງແລ້ວກໍ່ໄດ້ມີການແລກເບີແລະຕິດຕໍ່ທຳຄວາມຮູ້ຈັກກັນສານສຳພັນກັນ
ພຽງແຕ່ມື້ດຽວເທົ່ານັ້ນ ກໍ່ຕັດສິນໃຈຄົບກັນແລະແຕ່ງເລີຍ
ທາງດ້ານສາວຈ໊ຽບໄດ້ບອກວ່າ ໂດຍປົກກະຕິແລ້ວຄວາມຮັກຂອງຄົນອື່ນ
ກໍ່ຄົງຈະເກີດຈາກຄວາມສະໜິດສະໜົມຄ່ອຍເລື່ອນໄປເທື່ອລະສະເຕັບ
ແຕ່ສຳຫຼັບລາວນັ້ນ ພໍພົບແລ້ວກໍ່ມັກເລີຍທັນທີ ແຕ່ພໍຍິ່ງຮູ້ຈັກກັນແລ້ວກໍ່ຮູ້ສຶກວ່າເຂົ້າກັນໄດ້ດີ
ທາງດ້ານສາມີທີ່ແອບມັກສາວຈ໊ຽບມາດົນນານແລ້ວກໍ່ເລີຍຂໍແຕ່ງດ້ວຍເລີຍ ເຮັດໃຫ້ສາວຈ໊ຽບບໍ່ຄິດຫຼາຍຕອບຕົກລົງທັນທີ
ຈາກນັ້ນກໍ່ຢູ່ນຳກັນມາຕະຫຼອດຈົນເຖິງທຸກວັນນີ້ ພ້ອມກັບມີລູກຊາຍສຸດຮັກຢ່າງນ້ອງເບເນ່
ນອກຈາກນີ້ ທັງຄູ່ກໍ່ໄດ້ເປີດໃຈວ່າເຖິງຈະຕັດສິນໃຈໄວ ແຕ່ຊີວິດຄູ່ກໍ່ຫວານຢ່າງທີ່ທຸກຄົນຄິດ
ມີທຸກ ມີສຸກແດ່ສະລັບກັນໄປຕາມພາສາ ສາມີແລະພັນລະຍາ
ແຕ່ທັງສອງກໍ່ຜ່ານມາໄດ້ເພາະຄວາມຮັກແລະຄວາມເຂົ້າໃຈກັນແລະກັນ