ເປັນອີກກະແສຮ້ອນທີ່ມີຄົນເວົາເຖິງແລະຕິດຕາມກັນ ສຳຫຼັບ ໜຸ່ມໂປ໊ບ ຕ້ອງບອກເລີຍວ່າເຂົາຄົນນີ້ກໍ່ມີຜົນງານລະຄອນທີ່ໂດດເດັ່ນຫຼາຍເລື່ອງເລີຍທຸກຄົນ
ແລະລ່າສຸດ ເຈົ້າຕົວກໍ່ໄດ້ອອກມາຕອບເລື່ອງຄວາມສຳພັນກັບ ເບວລ່າ ລານີ ອີກດ້ວຍ ລາຍລະອຽດທັງໝົດຈະເປັນແນວໃດນັ້ນ ນຳໄປຊົມກັນເລີຍ
ສຳຫຼັບເຂົາຄົນນີ້ກໍ່ເປັນພະເອກໜຸ່ມ ທີ່ມີຜົນງານລະຄອນດັງມາແລ້ວຫຼາຍເລື່ອງນຳກັນ ບໍ່ພຽງເທົ່ານັ້ນເຂົາກໍ່ຍັງມີແຟນຄັບທີ່ຕິດຕາມຜົນງານຂອງເຂົາຢ່າງຫຼວງຫຼາຍ
ແລະເຂົາກໍ່ຄືໂປ໊ບ ເຊື່ອວ່າຄົງບໍ່ມີໃຜບໍ່ຮູ້ຈັກໜຸ່ມຄົນນີ້ແມ່ນບໍ່ ຍ້ອນກັບໄປເມື່ອຫຼາຍປີກ່ອນເຂົາຄົນນີ້ກໍ່ໂດ່ງດັງຈົນກາຍເປັນກະແສໄວຣັສເລີຍ
ເນື່ອງຈາກເຈົ້າຕົວໄດ້ຕັດສິນໃຈສະແດງລະຄອນເລື່ອງບຸບເພສັນນິວາດນັ້ນເອງທຸກຄົນ
ຕ້ອງບອກເລີຍວ່າລະຄອນເລື່ອງດັ່ງກ່າວກໍ່ເປັນລະຄອນພີລຽດທີ່ມີບົດບາດມາຈາກນິຍາຍຊື່ດັງ
ໂດຍຈະເຫັນໄດ້ວ່າລະຄອນເລື່ອງນີ້ໄດ້ລວບລວມນັກສະແດງລຸ້ນໃຫຍ່ໄວ້ຢ່າງຫຼວງຫຼາຍເລີີຍທຸກຄົນ
ແລະນອກຈາກນີ້ເຂົາກໍ່ຍັງໄດ້ປະກົບຄູ່ກັບນາງເອກສາວຄົນດັງຢ່າ ເບວລ່າ ລານີ ອີກດ້ວຍ ເຊິ່ງເຄມີການສະແດງຂອງພວກເຂົາທັງຄູ່ກໍ່ເຂົ້າກັນ ຈົນເຮັດໃຫ້ແຟນໆນັ້ນຟິນສຸດໆ
ເຖິງແມ່ນວ່າລະຄອນຈະອອກອາກາດໄປໄດ້ພຽງບໍ່ຈັກຕອນ ແຕ່ລະຄອນເລື່ອງນີ້ກໍ່ຕິດເທຣນທະວິດເຕີ້ທຸກອາທິດເລີຍ
ໂດຍຈະເຫັນໄດ້ວ່າແຟນລະຄອນຢ່າງຫຼວງຫຼາຍກໍ່ຕ່າງລໍຖ້າຕິດຕາມຕອນຕໍ່ໄປແຕ່ລະອາທິດຢູ່ຕະຫຼອດ
ຢ່າງທີ່ຊາບກັນດີວ່າຄຳເວົ້າຂອງໜຸ່ມໂປ໊ບກໍ່ຮິດໄປທົ່ວບ້ານທົ່ວເມືອງເລີຍທຸກຄົນ
ເຊິ່ງໃນຕອນນັ້ນເຂົາກໍ່ມັກຈະເອີ້ນນາງເອກວ່າ ອໍເຈົ້າ ຢູ່ຕະຫຼອດທັງເລື່ອງເລີຍກໍ່ວ່າໄດ້
ຫຼັງຈາກທີ່ລະຄອນຈົບລົງກໍ່ສາມາດກວາດເຣດຕິ້ງໄປສູງທີ່ສຸດເທົ່າທີ່ເຄີຍມີມາເລີຍທຸກຄົນ ແນ່ນອນວ່າເລົ່າຜູ້ຈັດແລະນັກສະແດງກໍ່ຮູ້ສຶກດີໃຈຫຼາຍ ທີ່ລະຄອນເລື່ອງນີ້ປະສົບຄວາມສຳເລັດ
ລ່າສຸດກໍ່ມີການເປີດຕົວບຸບເພສັນນິວາດ 2 ໃນຮູບແບບພາບພະຍົນນັ້ນເອງທຸກຄົນ ຢ່າງທີ່ຊາບກັນດີວ່າ ກ່ອນໜ້ານີ້ໜຸ່ມໂປ໊ບກໍ່ໄດ້ຫາຍໜ້າຫາຍຕາໄປຈາກວົງການບັນເທິງກ່ວາ 2 ປີ
ທັ້ງນີ້ເຂົາກໍ່ໄດ້ຄວງຄູ່ສາວເບວລ່າໄປອອກງານອີເວັ້ນ ຫຼັງຈາກທີ່ຫ່າງຫາຍມາດົນນານທຸກຄົນ
ເຊິ່ງຕົວເຂົາເອງກໍ່ປະຕິເສດເລື່ອງທີ່ໄປທ່ຽວອະຍຸດທະຍາກັບເບວລ່າ ແລະຍ້ຳຊັດວ່າເຂົານັ້ນເປັນນ້ອງສາວ ຕົວເຂົາເອງກໍ່ຮູ້ສຶກດີໃຈທີ່ແຟນໆ ຊື່ນຊົມແລະຢາກໃຫ້ພວກເຂົາທັງຄູ່ເປັນຄູ່ຈິງ
ແຕ່ທັງນີ້ກໍ່ຕ້ອງເປັນເລື່ອງຂອງອະນາຄົດ ເຊິ່ງໃນຕອນນີ້ເຂົາເບິ່ງເບວລ່າເປັນພຽງນ້ອງສາວຄົນສະໜິດ ແລະທີ່ຜ່ານມາ 2 ປີ
ກໍ່ມີຄົນເຂົາມາໃນຊີວິດເຂົາຢ່າງຫຼວງຫຼາຍເລີຍທຸກຄົນ ເຊິ່ງເຈົ້າຕົວກໍ່ຍອມຮັບວ່າເຄີຍມີຄົນທີ່ຖືກໃຈ ແຕ່ສຸດທ້າຍກໍ່ບໍ່ກ້າຈີບອີກຝ່າຍຢູ່ດີ
ເປັນແນວໃດກັນແດ່ສຳຫຼັບເລື່ອງລາວຂອງພະເອກໜຸ່ມຄົນນີ້ ເຖິງແມ່ນວ່າແຟນໆຢ່າງຫຼວງຫຼາຍຈະເຊຍໃຫ້ພວກເຂົາທັງຄູ່ເປັນແຟນກັນ
ແຕ່ໜຸ່ມໂປ໊ບກໍ່ຍ້ຳຊັດວ່າເຂົາເບິ່ງເບວລ່າເປັນພຽງນ້ອງ ເຊິ່ງແຟນຄັບຂອງທັງຄູ່ກໍ່ຄົງຕ້ອງລໍຖ້າລຸ້ນກັນຕໍ່ໄປໃນອະນາຄົດ