ນັບວ່າເປັນອີກໜຶ່ງນັກສະແດງມາກຄວາມສາມາດ
ເຊື່ອວ່າຫຼາຍຄົນຄຸ້ນໜ້າຄຸ້ນຕາເຂົາຄົນນີ້ເປັນຢ່າງດີ
ສຳຫຼັບ ດົ້ງເດັ້ງ ນັດຖະວຸດ ພະເອກພາບພະຍົນໄທບ້ານ
ລ່າສຸດໄດ້ຈູງມືແຟນສາວ ເຂົ້າພິທີແຕ່ງງານສຸດຊື່ນມື່ນເປັນທີ່ຮຽບຮ້ອຍແລ້ວ
ໂດຍ ດົ້ງເດັ້ງ ນັດຖະວຸດ ໄດ້ໂພສພາບວັນດີໆ ຄວງຫວານໃຈສາວເຂົ້າພິທີແຕ່ງງານແບບພື້ນບ້ານ
ພ້ອມກັບຂໍ້ຄວາມວ່າ ຂໍຂອບໃຈທຸກໆກຳລັງໃຈ ຈາກໃຈເດີ້ຄັບ
ທ່າມກາງຄວາມຍິນດີຂອງທັງຄອບຄົວ ເພື່ອນພ້ອງແລະແຟນໆ
ເຊິ່ງກ່ອນໜ້ານີ້ ດົ້ງເດັ້ງ ໄດ້ເຜີຍຂ່າວດີທີ່ເຮັດໃຫ້ເຈົ້າຕົວຍິ້ມແກ້ມປິບໍ່ຫຍຸດ
ນັ້ນຄືການໄດ້ເປັນພໍ່ປ້າຍແດງແລ້ວ ເອີ້ນວ່າແຮັບປີ້ແລະຕື່ນເຕັ້ນສຸດໆ