ອະດີດນາງສາວໄທ ຄົນທີ່ 30 ຂອງປະເທດໄທ ຢ່າງ ອອນອະນົງ ປັນຍາວົງ ຊີວິດລ່າສຸດ
ຜັນຕົວເປັນແມ່ຄ້າຂາຍເສື້ອຜ້າ ຫຼັງຢ່າອະດີດສາມີ ໂດຍເຂົາມີລູກກັບອະດີດສາມີດ້ວຍກັນເຖິງ 2 ຄົນແລ້ວ
ເມື່ອສາເຫດຂອງການຢ່າຄືບັນຫາມືທີ່ 3 ເຊິ່ງເອີ້ນໄດ້ວ່າເປັນການຈົບທີ່ບໍ່ງາມເທົ່າໃດ
ໂດຍອະດີດສາວງາມເຜີຍວ່າ ເຂົາເລີ່ມຮັບຮູ້ວ່າອະດີດສາມີປ່ຽນໄປ
ຈາກໂທລະສັບແປກ ແລະເລີ່ມກັບເຮືອນເດິກ ຈາກທີ່ເຄີຍໄປໃສມາໃສນຳກັນເຂົາກັບອ້າງເລື່ອງກິນລ້ຽງ ເຊິ່ງເຂົາຍອມຮັບວ່າ
ຕອນທຳອິດເຂົາໂທດຕົວເອງແລະພະຍາຍາມຜັບຈູນກັນໃຫ້ຄືເກົ່າແຕ່ກໍ່ບໍ່ສຳເລັດ ຍັງມີບັນຫາຄືເກົ່າ
ເຂົາຍັງບອກອີກວ່າ ເຂົາຮັບຮູ້ວ່າມີຄົນໃໝ່ເຂົ້າມາ ແຕ່ລົມກັນໄປກໍ່ຄືຄົນບໍ່ມີໃຈ
ເມື່ອບໍ່ສາມາດປັບຈູນກັນໄດ້ ເຂົາກໍ່ຄິດວ່າໜ້າຈະແຍກທາງກັນດີກ່ວາ
ພ້ອມທັງບອກອີກວ່າເຂົາບໍ່ຢາກຍື້ອີກຕໍ່ໄປ ຈົບແບບນີ້ໜ້າຈະດີທີ່ສຸດ
ເຊິ່ງທາງດ້ານ ອອນອະນົງ ນັ້ນກໍ່ໄດ້ໃຊ້ຊີວິດຢູ່ກັບລູກໆຢ່າງມີຄວາມສຸກ
ຕັ້ງແຕ່ກັບມາໃຊ້ຊີວິດໂສດເບິ່ງຄືວ່າ ອອນອະນົງ ຈະມີງານຕິດຕໍ່ເຂົ້າມາເລື້ອຍໆ ແຖມເຈົ້າຕົວຍັງເປັນຄົນຂະຫຍັນໜັກເອົາເບົາສູ້
ຢ່າງລ່າສຸດ ເຂົາເປີດຮ້ານຂາຍເສື້ອຜ້າສະໄຕລ໌ຄົນເໜືອ ແຖມຍັງບໍ່ອາຍທຳກິນ
ຫອບເສື້ອຜ້າໄປເປີດທ້າຍຂາຍຕາມພື້ນທີ່ຕ່າງໆ ບອກເລີຍວ່າ
ທັງງາມທັງຂະຫຍັນແບບນີ້ໜ້າຊື່ນຊົມຫຼາຍ ຫາກໃຜສົນໃຈຢາກຊ່ວຍອຸດໜູນ
ສາມາດຕາມໄປສ່ອງທີ່ອິນສະຕາແກຣມຂອງເຈົ້າຕົວກັນໄດ້ທີ່ @ornanong_panyawong
ຕ້ອງບອກເລີຍວ່ານັບມື້ນັ້ນເບິ່ງເຂົາຈະສວຍວັນສວຍຄືນ ອີກທັງໜ້າຕາຍັງເບິ່ງຜ່ອງໃສແຮງ ອີກດ້ວຍ