ຕ້ອງບອກເລີຍວ່າ ເປັນອີກໜຶ່ງພິທີວິວາຂອງຄົນໃນວົງການບັນເທິງທີ່ມີເລົ່າດາລາມາຮ່ວມງານກັນຢ່າງຫຼວງຫຼາຍ ວັນທີ່ 10 ມິຖຸນາ ໄດ້ເຂົ້າພິທີວິວາ ກັບ ຜູ້ກຳກັບໝີ ສັກສູນທອນ ເປລະມານ ບອກເລີຍວ່າເຈົ້າສາວງາມແຮງ
ຊຸດກໍ່ງາມ ບັນຍາກາດພາຍໃນງານຈັດຂຶ້ນແບບນ້ອຍໆ ແຕ່ເຕັມໄປດ້ວຍຄວາມອົບອຸ່ນແລະຄວາມໂຣແມນຕິກ
ແລະທີ່ພິເສດສຸດໆ ຄືເຊີໄພຣສ໌ຈາກອ້າຍໝີ ທີ່ເຊີນນັກຮ້ອງໜຸ່ມ ບອຍ ພີດຊະເມັກເກີ້
ມາຮ້ອງເພງໃນງານ ໂດຍໜຸ່ມບອຍໄດ້ໂພສຄິບພ້ອມຂໍ້ຄວາມວ່າ
ຂ້ອຍໄດ້ຮັບການຕິດຕໍ່ຈາກອ້າຍໝີ ໃຫ້ມາເຊີໄພຣສ໌ ນ້ອງແພນ ແລະເຮົາວາງແຜນກັນມາ 6 ເດືອນ ກ່ອນຈະມາເຖິງມື້ນີ້
ວ່າຖ້າ ນ້ອງແພນ ເຊີນມາງານໃຫ້ຊອກວ່າເຮົາບໍ່ວ່າງ ຕິດງານບອກຕົງໆວ່າເລືອກເພງໄດ້ຍາກຫຼາຍ ພະຍາຍາມຫາວ່າເພງໃດຈະເໝາະສົມ
ກັບຄູ່ອ້າຍໝີນ້ອງແພນທີ່ສຸດ ສຸດທ້າຍຂ້ອຍກໍ່ຕັດສິນໃຈເລືອກເພງນີ້ ດ້ວນຄວາມໝາຍມັນແມ່ນທີ່ສຸດກັບຄູ່ຮັກຄູ່ນີ້
ເປັນກຽດແລະດີໃຈທີ່ໄດ້ຮ່ວມເປັນສ່ວນໜຶ່ງຂອງວັນທີ່ດີນີ້ ຂອບໃຈອ້າຍໝີທີ່ໃຫ້ຄວາມໄວ້ວາງໃຈຂ້ອຍຮ້ອງເພງໃນງານສຳຄັນ ໃຫ້ກັບຄົນທີ່ສຳຄັນທີ່ຂອງອ້າຍ
ຂໍພະເຈົ້າອວຍພອນໃຫ້ຄອບຄົວອ້າຍໝີແລະນ້ອງແພນມີແຕ່ຄວາມສຸກແລະຮອຍຍິ້ມຕະຫຼອດໄປ