ຄາດເສດຖະກິດຂອງ ສປປ ລາວ ໝົດປີ 2022 ຈະຂະຫຍາຍຕົວພຽງແຕ່ 3,0%

ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດກອງປະຊຸມເຜີຍແຜ່ບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີຂຶ້ນວັນທີ 15 ກັນຍາ 2022 ຜ່ານມາ ທີ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົົມແຫ່ງຊາດ

ໂດຍການເປັນປະທານຂອງ ທ່ານ ກິແກ້ວ ຈັນທະບູຣີ, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີ ທ່ານ ນາງ ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ບັນດາທ່ານຜູ້ຕາງໜ້າຈາກ ບັນດາຂະແໜງການກ່ຽວຂ້ອງ ພາກລັດ, ທະນາຄານ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ: ນັບແຕ່ຕົ້ນປີມາ ເຫັນວ່າໄດ້ມີຫຼາຍເຫດການທີ່ພົ້ນເດັ່ນໄດ້ເກີດຂຶ້ນທັງຢູ່ໃນສາກົນ ແລະ ພາກພື້ນ ທີ່ເປັນສິ່ງທ້າທາຍຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ ເປັນຕົ້ນແມ່ນ ຄວາມຂັດແຍ່ງຂອງບັນດາປະເທດມະຫາອໍານາດ ແລະ ການຂວໍ້າບາດຂອງບັນດາປະເທດຕາເວັນຕົກ

ຍ້ອນການປະຕິບັດການພິເສດທາງດ້ານການທະຫານຂອງຣັດເຊຍ ຢູ່ອູແກຣນ, ການເພີ່ມຂຶ້ນຂອງລາຄາສິນຄ້າອຸປະໂພກ-ບໍລິໂພກໃນຕະຫຼາດໂລກ ໂດຍສະເພາະແມ່ນລາຄານໍ້າມັນ ເຮັດໃຫ້ອັດຕາເງິນເຟີ້ຢູ່ບັນດາປະເທດໃນໂລກເພີ່ມຂຶ້ນສູງສຸດໃນຮອບຫຼາຍທົດສະວັດ, ການປັບຂຶ້ນອັດຕາດອກເບ້ຍຂອງບັນດາທະນາຄານທົ່ວໂລກ

ໂດຍສະເພາະແມ່ນທະນາຄານກາງສະຫະລັດອາເມລິກາ ເພື່ອສະກັດເງິນເຟີ້ ແລະ ການຊະລໍຕົວຂອງເສດຖະກິດຈີນຈາກມາດຕະການ Zero Covid. ນອກຈາກນີ້, ກໍຍັງມີການແພ່ລະບາດຂອງພະຍາດໂຄວິດ-19 ສາຍພັນ Omicron ແລະ ການລະບາດຂອງພະຍາດໝາກສຸກລີງ

ຊຶ່ງລ້ວນແຕ່ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ສະຖຽນລະພາບຂອງເສດຖະກິດລາວ. ເຖິງຢ່າງໃດກໍຕາມ, ຍ້ອນຄວາມເອົາໃຈໃສ່ຊີ້ນໍາ-ນຳພາຢ່າງໃກ້ຊິດຂອງພັກ ແລະ ລັດຖະບານໄດ້ມີຄວາມພະຍາຍາມແກ້ໄຂຜົນກະທົບຕໍ່ເສດຖະກິດ ໂດຍສືບຕໍ່ຄຸ້ມຄອງບໍລິຫານລັດຢ່າງຮັດກຸມ, ສືບຕໍ່ປັບປຸງກົນໄກຄຸ້ມຄອງເສດຖະກິດ, ກໍານົດ ແລະ ຈັດຕັ້ງປະຕິບັດນະໂຍບາຍຕ່າງໆ

ເປັນຕົ້ນແມ່ນນະໂຍບາຍດ້ານການເງິນ ແລະ ນະໂຍບາຍເງິນຕາ ພ້ອມທັງມາດຕະການດ້ານອື່ນໆທີ່ຈໍາເປັນ ໄປພ້ອມໆກັນ ເພື່ອບັນເທົາຄ່າຄອງຊີບຂອງປະຊາຊົນ ແລະ ຕົ້ນທຶນການຜະລິດພາຍໃນ ກໍຄືການປະຄັບປະຄອງບໍ່ໃຫ້ອັດຕາເງິນເຟີ້ ຫຼື ລາຄາສິນຄ້າ ໂດຍສະເພາະລາຄານໍ້າມັນທີ່ເປັນຕົ້ນທຶນການຜະລິດ ແລະ ບໍລິການ ເພີ່ມຂຶ້ນສູງຫຼາຍຈົນເກີນໄປ ແລະ ເພື່ອເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ.

ບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີ 2022 ໃຫ້ຮູ້ວ່າ: ເສດຖະກິດຂອງ ສປປ ລາວ ໝົດປີ 2022 ຄາດຈະຂະຫຍາຍຕົວພຽງແຕ່ 3,0% (ຫຼຸດລົງຈາກການຄາດຄະເນເບື້ອງຕົ້ນທີ່ລະດັບ 4%), ໃນນັ້ນອົງປະກອບທີ່ຂັບເຄື່ອນການຂະຫຍາຍຕົວດັ່ງກ່າວ ຕົ້ນຕໍມາຈາກການຊົມໃຊ້ ແລະ ການບໍລິໂພກ, ຮອງລົງມາແມ່ນການສົ່ງອອກ, ໃນຂະນະທີ່ການລົງທຶນຈາກພາກເອກະຊົນ ແລະ ລັດຖະບານມີທ່າອ່ຽງຫຼຸດລົງ.

ການເຕີບໂຕດ້ານການໃຊ້ຈ່າຍ: ການລົງທຶນທົ່ວລະບົບເສດຖະກິດຄາດວ່າຈະມີທ່າອ່ຽງຫຼຸດລົງໃນປີ 2022. ສິ່ງທີ່ໜ້າເປັນຫ່ວງຫຼາຍກວ່າໝູ່ແມ່ນ ການໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດໃນ 6 ເດືອນຕົ້ນປີ 2022 ມີມູນຄ່າພຽງແຕ່ 280 ລ້ານໂດລາ ເຊິ່ງຫຼຸດລົງເຖິງ -51% ຈາກໄລຍະດຽວກັນຂອງປີຜ່ານມາ

ທີ່ມີມູນຄ່າທັງໝົດ 571 ລ້ານໂດລາ. ສັງເກດເຫັນວ່າ ການໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດຫຼຸດລົງຢ່າງຫຼວງຫຼາຍ ພາຍຫຼັງທີ່ຫຼາຍໂຄງການລົງທຶນລະດັບຊາດໄດ້ສຳເລັດໃນທ້າຍປີ 2021 (ເຊັ່ນ: ໂຄງການທາງລົດໄຟລາວ-ຈີນ, ໂຄງການພັດທະນາທ່າບົກ-ທ່ານາແລ້ງ ເເລະ ເຂດໂລຈິສຕິກໃນໄລຍະທີ 1 ແລະ ການລົງທຶນເພື່ອຂະຫຍາຍຖານການຜະລິດ-ບໍລິການ ໃນເຂດເສດຖະກິດພິເສດ).

ການຫຼຸດລົງດັ່ງກ່າວຍັງສະແດງໃຫ້ເຫັນວ່າ ສະພາບການລົງທຶນໃນປະເທດ ໂດຍສະເພາະແມ່ນບັນດາໂຄງການໃໝ່ ແລະ ຂະໜາດໃຫຍ່ ຍັງສືບຕໍ່ງຽບເຫງົາ. ສໍາລັບ 6 ເດືອນຕົ້ນປີ 2022, ມູນຄ່າການລົງທຶນປະເພດສຳປະທານທີ່ໄດ້ຮັບການອະນຸມັດມີພຽງ 842 ລ້ານໂດລາ ຫຼື ເທົ່າ 41,1% ຂອງມູນຄ່າອະນຸມັດໃນປີ 2021.

ນອກນັ້ນ, ມູນຄ່າທຶນຈົດທະບຽນໃນກິດຈະການທົ່ວໄປໃນ 6 ເດືອນຕົ້ນປີ 2022 ຫຼຸດລົງ -20% ທຽບກັບໄລຍະດຽວກັນຂອງປີຜ່ານມາ. ສ່ວນການລົງທຶນຂອງລັດ ກໍຫຼຸດລົງ -4,1% ແລະ ຄາດວ່າ ໝົດປີຈະຫຼຸດລົງຈາກປີທີ່ຜ່ານມາ ຍ້ອນສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ພັນທະໃນການຊຳລະໜີ້ສິນສາທາລະນະ.

ສປປ ລາວ ມີດຸນການຄ້າ (ສິນຄ້າ ແລະ ບໍລິການ) ເກີນດຸນ, ແຕ່ມູນຄ່າທີ່ດຸນມີທ່າອ່ຽງຫຼຸດລົງ. ໃນ 6 ເດືອນຕົ້ນປີ 2022, ມີດຸນການຄ້າເກີນດຸນ ທັງໝົດ 540 ລ້ານໂດລາ ຫຼຸດລົງ -3% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (557 ລ້ານໂດລາ).

ໃນນັ້ນ, ການສົ່ງອອກສິນຄ້າ-ບໍລິການເພີ່ມຂຶ້ນ 2,2% ຈາກ 3.939 ລ້ານໂດລາ ເປັນ 4.028 ລ້ານໂດລາ ເຊິ່ງຊ້າກວ່າການນຳເຂົ້າທີ່ເພີ່ມຂຶ້ນ 3,1% ຈາກ 3.383 ລ້ານໂດລາ ເປັນ 3.488 ລ້ານໂດລາ. ສຳລັບການສົ່ງອອກສິນຄ້າທີ່ພົ້ນເດັ່ນໃນໄລຍະດັ່ງກ່າວປະກອບມີ: ສິນຄ້າກະສິກຳ (ມັນຕົ້ນ, ຢາງພາລາ, ໝາກກ້ວຍ…)

ໄຟຟ້າແຮ່ທາດ (ເກືອໂປຕາສ, ໂລຫະປະສົມຄຳ-ເງິນ ເຊໂປນ, ຖ່ານຫີນລິກໄນ, ແຮ່ຊືນ-ສັງກະສີ, ແຮ່ກົ່ວ ແລະ ຫີນກາວ), ນໍ້າຕານ, ເຄື່ອງນຸ່ງຫົ່ມ, ຊີມັງ ແລະ ປຸ໋ຍ ເປັນຕົ້ນ.

ນອກຈາກນີ້, ບັນຫາອັດຕາແລກປ່ຽນເງິນກີບທຽບເງິນຕາຕ່າງປະເທດ ຍັງສືບຕໍ່ອ່ອນຄ່າຕາມທ່າອ່ຽງຂອງຄ່າເງິນສະກຸນຕ່າງໆໃນພາກພື້ນທຽບກັບໂດລາ ແລະ ສ່ວນຕ່າງອັດຕາແລກປ່ຽນກີບຕໍ່ໂດລາ ແລະ ກີບຕໍ່ບາດລະຫວ່າງທະນາຄານ ແລະ ຕະຫຼາດຍັງຫຍັບຫ່າງອອກຈາກກັນຫຼາຍໂດຍສະເພາະແມ່ນໄລຍະຕົ້ນປີຫາກາງປີ.

ໃນຊ່ວງໄລຍະ 6 ເດືອນຕົ້ນປີ 2022, ອັດຕາແລກປ່ຽນສະເລ່ຍ ເງິນກີບທຽບໂດລາ ຢູ່ໃນລະດັບ 13.003 ກີບ/ໂດລາ (ອັດຕາທະນາຄານ ແລະ ຕະຫຼາດ) ເພີ່ມຂຶ້ນ 32,8% ທຽບກັບປີຜ່ານມາ ແລະ ເງິນກີບ ທຽບບາດ 399 ກີບ/ບາດ, ເພີ່ມຂຶ້ນປະມານ 20,5%.

ສໍາລັບສ່ວນຕ່າງອັດຕາແລກປ່ຽນລະຫວ່າງຕະຫຼາດ ແລະ ທະນາຄານ ຍັບຫ່າງອອກຈາກກັນຫຼາຍໂດຍສະເພາະແມ່ນອັດຕາແລກປ່ຽນເງິນກີບທຽບໂດລາ ຕັ້ງແຕ່ເດືອນມັງກອນ ເພີ່ມຂຶ້ນຈາກ 3,37% ມາເປັນ 18,05% ໃນເດືອນມິຖຸນາ.

ສຳລັບການອ່ອນຄ່າຂອງເງິນກີບ ສ່ວນໜຶ່ງແມ່ນຍ້ອນການແຂງຄ່າຂຶ້ນຂອງເງິນໂດລາ ທຽບກັບສະກຸນເງິນຂອງປະເທດຕ່າງໆໃນພາກພື້ນອາຊີ ແລະ ຈາກການເພີ່ມຂຶ້ນຂອງຄວາມຕ້ອງການນໍາໃຊ້ເງິນຕາຕ່າງປະເທດຢູ່ພາຍໃນ ເພື່ອຊຳລະໜີ້ ແລະ ຊຳລະສະສາງການນຳເຂົ້າສິນຄ້າບໍລິໂພກ-ອຸປະໂພກທີ່ເພີ່ມຂຶ້ນທັງລາຄາ ແລະ ປະລິມານ,

ໃນຂະນະທີ່ລາຍຮັບເປັນເງິນຕາຕ່າງປະເທດເພີ່ມຂຶ້ນບໍ່ຫຼາຍທຽບກັບຄວາມຕ້ອງການເພື່ອຊຳລະສະສາງ. ນອກຈາກນີ້, ການທີ່ເງິນກີບທຽບເງິນບາດຍັງສືບຕໍ່ອ່ອນຄ່າ ແມ່ນຍ້ອນປະເທດເຮົາຍັງສືບຕໍ່ຂາດດຸນການຄ້າກັບໄທ.

ເພື່ອສະໜັບສະໜູນບັນດາມາດຕະການ ແລະ ນະໂຍບາຍທີ່ລັດຖະບານພວມຈັດຕັ້ງປະຕິບັດ ແລະ ມີແຜນຈະຈັດຕັ້ງປະຕິບັດໃນຕໍ່ໜ້າ, ບົດປະເມີນເສດຖະກິດໄດ້ມີບາງທັດສະນະທີ່ເຫັນວ່າຄວນເອົາໃຈໃສ່ເປັນພິເສດຕື່ມ ເປັນຕົ້ນແມ່ນ:

1. ກ່ອນອື່ນໝົດ ຕ້ອງເຮັດໃຫ້ສະພາບເສດຖະກິດມະຫາພາກມີສະຖຽນລະພາບ, ໂດຍສະເພາະອັດຕາເງິນເຟີ້, ອັດຕາແລກປ່ຽນ ເພື່ອຮັບປະກັນບໍ່ໃຫ້ເສດຖະກິດຕົກເຂົ້າສູ່ພາວະທີ່ຖົດຖອຍໄປອີກ. ພ້ອມດຽວກັນນີ້ ກໍຕ້ອງໄດ້ຕັ້ງໜ້າແກ້ໄຂບັນຫາໜີ້ສາທາລະນະບໍ່ໃຫ້ມີຄວາມກົດດັນ ແລະ ຮັບປະກັນການບໍ່ຜິດນັດຊໍາລະ.

2. ເອົາໃຈໃສ່ຮັບປະກັນການສະໜອງນໍ້າມັນເຊື້ອໄຟ ແລະ ສິນຄ້າຈໍາເປັນຈໍານວນໜຶ່ງ ເພື່ອບໍ່ໃຫ້ການຜະລິດຢຸດສະງັກ ແລະ ບໍ່ກະທົບຕົ້ນທຶນການຜະລິດສູງ, ໄປພ້ອມກັບການປະຕິບັດນະໂຍບາຍຫລຸດຜ່ອນການໃຊ້ຈ່າຍເງິນຕາຕ່າງປະເທດທີ່ບໍ່ຈໍາເປັນ.

3. ຜັນຂະຫຍາຍໂຄງການຄໍ້າປະກັນສະບຽງອາຫານໃຫ້ເປັນຮູບປະທໍາ
4. ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າ ໂດຍສະເພາະແມ່ນສິນຄ້າທີ່ມີຄວາມຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຫລີກລ່ຽງການສວຍໂອກາດປັບຂຶ້ນລາຄາສິນຄ້າທີ່ບໍ່ເປັນທໍາກັບຜູ້ບໍລິໂພກ

5. ຄຽງຄູ່ກັບການສືບຕໍ່ເອົາໃຈໃສ່ຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້ານັ້ນ, ຄວນມີການສຶກສາໂຄງສ້າງລາຄາ ຂອງບັນດາສິນຄ້າທີ່ຈໍາເປັນຄືນ ເພື່ອໃຫ້ເຫັນເຖິງຄວາມເປັນຈິງຂອງການປັບລາຄາສິນຄ້າຂອງພາກທຸລະກິດຢ່າງສົມເຫດສົມຜົນ ເພື່ອຄຸ້ມຄອງພາກທຸລະກິດ ແລະ ປົກປ້ອງຜູ້ບໍລິໂພກຈາກການສວຍໂອກາດຂຶ້ນລາຄາສິນຄ້າ

6. ເພີ່ມພາສີ ແລະ ອາກອນ ສໍາລັບສິນຄ້າ ຟູມເຟືອຍ: ລົດຫລູ ແລະ ສິນຄ້າຟູມເຟືອຍອື່ນໆ ເພື່ອນໍາລາຍຮັບດັ່ງກ່າວໄປດຸ່ນດ່ຽງບາງລາຍຮັບທີ່ອາດເສຍໄປຈາກນະໂຍບາຍການຫລຸດຜ່ອນຜົນກະທົບຈາກສະພາບເຄັ່ງຮ້ອນປະຈຸບັນ

7. ມີມາດຕະການຊ່ວຍຜູ້ຜະລິດໃນລະດູການຜະລິດດ້ວຍຮູບປະທໍາແທ້ຈິງ ເຊັ່ນ: ຫລຸດຜ່ອນພາສີ-ອາກອນໃຫ້ແກ່ຜູ້ຜະລິດໃນສິນຄ້າທີ່ຜະລິດເພື່ອທົດແທນການນໍາເຂົ້າ, ຮັກສາ ຫລື ຫລຸດລາຄານໍ້າມັນກະຊວນ, ລາຄາປຸ໋ຍ ແລະ ປັດໄຈການຜະລິດທີ່ສໍາຄັນສໍາລັບຊາວກະສິກອນ

8. ເລັ່ງສືບຕໍ່ແກ້ໄຂບັນຫາຂະບວນການເກັບລາຍຮັບງົບປະມານ ໂດຍຫັນໄປທັນສະໄໝ ແລະ ໂປ່ງໃສ່ສາມາດກວດສອບຄວາມຖືກຕ້ອງໃນທຸກຂັ້ນຕອນ. ສ້າງເງື່ອນໄຂໃຫ້ບັນລຸການມີງົບປະມານແຮໄວ້ ເພື່ອສາມາດກະຕຸ້ນເສດຖະກິດໃນສະພາບເກີດວິກິດໃຫ້ໄດ້.

9. ເອົາໃຈໃສ່ໃນເກັບກໍາ ແລະ ແລກປ່ຽນຂໍ້ມູນເພື່ອໃຊ້ໃນການຕິດຕາມສະພາບເຄັ່ງຮ້ອນປະຈຸບັນ (ສໍາຫລວດເບິ່ງປະລິມານເງິນ ແລະ ການສະໜອງເງິນຕາທີ່ແທ້ຈິງຢູ່ໃນລະບົບ ແລະ ນອກລະບົບ)

10. ປະຕິບັດຢ່າງເປັນຮູບປະທໍາ ແລະ ເຂັ້ມງວດ ບັນດາບຽບການຕ່າງໆໃນການຄຸ້ມຄອງເງິນຕາຕ່າງປະເທດ ແລະ ເລັ່ງປະຕິບັດກົດໝາຍຄຸ້ມຄອງເງິນຕາຕ່າງປະເທດຢ່າງຈິງຈັງ, ເອົາໃຈໃສ່ຄຸ້ມຄອງການແລກປ່ຽນເງິນຕາທີ່ບໍ່ສອດຄ່ອງກັບລະບຽບ ກົດໝາຍ ພ້ອມທັງປະຕິບັດມາດຕະການຢ່າງເຂັ້ມງວດຕໍ່ກັບ ການກໍານົດລາຄາສິນຄ້າ ແລະ ບໍລິການ ເປັນເງິນຕາຕ່າງປະເທດ

Leave a comment

อีเมลของคุณจะไม่แสดงให้คนอื่นเห็น

error: Content is protected !!