ຈາກໄຮໂຊພັນລ້ານມາເປັນແມ່ລູກ 2 ເປີດຄະລືຫາດ ແອັບເປິ້ນ ສີສະຫງຽນ ລວຍຕັ້ງແຕ່ເກີດ ຢູ່ລາວມີຄົນຮັບໃຊ້ 24 ຊົ່ວໂມງ
ສົມເປັນລູກເສດຖີແຫ່ງ ສປປລາວ ເປີດບ້ານເກີດ ແອັບເປິ້ນ ສີສະຫງຽນ ຫຼັງພາຄອບຄົວຍ້າຍມາຢູ່ເມືອງໄທ
ແອັບເປິ້ນ ສີສະຫງຽນ ຫຼື ໃນນາມຂອງຄົນລາວຮູ້ຈັກກັນໃນນາມຂອງ ຄຸນຫໜູແອັບເປິ້ນ ອ່ະອ່ະ ຟັງບໍ່ຜິດດອກ ເພາະນ້ອງແອັບເປິ້ນເປັນຄົນລາວແທ້ໆແຕ່ກຳເນີດ
ໂດຍຢູ່ເຮືອນຂອງລາວນັ້ນເຮັດທຸລະກິດເກດເຮົ້າຊື່ດັງຢ່າງ ສີສະຫງ່າ ເຊິ່ງເປັນຊື່ແມ່ຂອງລາວນອກຈາກນີ້ທີ່ບ້ານຂອງລາວຍັງເຮັດທຸລະກິດນຳເຂົ້າ
ເຄື່ອງດື່ມຍີ່ຫໍ້ດັງລາຍໃຫ່ຍອີກດ້ວຍສຳລັບຊິວິດຄວາມເປັນຢູ່ຂອງແອັບເປິ້ນທີ່ປະເທດລາວນັ້ນ ເອີ້ນໄດ້ວ່າເປັນໄຮໂຊຕົວຈິງສຽງຈິງເລີຍລ່ະ
ເພາະວ່າແອັບເປິ້ນເກີດມາພຽບພ້ອມທຸກຢ່າງ ບໍ່ວ່າຈະເປັນເຮືອນ ລົດ ຄົນຮັບໃຊ້ ຫຼືເອື້ອຍລ້ຽງທີ່ຄ່ອຍດູແລມາຕັ້ງແຕ່ຍັງເປັນເດັກນ້ອຍ ບໍ່ວ່າຈະອອກໄປໃສມາໃສ
ພຽງແຕ່ບອກ ລາວກໍ່ຈະໄດ້ໃນສິ່ງທີ່ຕ້ອງການ ທັງລົດມິນິຄູເປີ ຫຼື ຈະເປັນເງິນທອງຕ່າງໆ ສາວແອັບເປິ້ນເອີ່ຍປາກຂໍເມື່ອໃດ ທັງພໍ່ ແລະ ແມ່ກໍ່ຈະຫາໃຫ້ທັນທີ
ແລະດ້ວຍຄວາມໜ້າຮັກດີ ໂປຣໄຟລ໌ດີຂອງແອັບເປິ້ນ ທາງແມ່ເບິ່ງລາວກໍ່ບໍ່ພາດທີ່ຈະຄວ້າລາວເຂົ້າມາໃນວົງການບັນເທິງ ໂດຍສາວແອັບເປິ້ນນັ້ນ
ບອກລາວເຂົ້າວົງການບັນເທິງລາວ ມາແຕ່ອາຍຸ 14 ປີ ແຖມຍັງເຄີຍເປັນນັກຮ້ອງເກີກຸ໊ບຊື່ດັງຂອງປະເທດລາວ ແຕ່ເມື່ອເວລາຜ່ານໄປເພື່ອນໆ ໃນວົງກໍ່ໃຫ່ຍໝົດແລ້ວ
ຈຶ່ງຕັດສິນໃຈແຍກຍ້າຍໄປຮຽນຕໍ່ເຊິ່ງແອັບເປິ້ນໄດ້ເລືອກຮຽນຕໍ່ທີ່ມະຫາໄລໃນປະເທດໄທ ແລະ ຈຸດນີ້ເອງທີ່ເຮັດໃຫ້ຄວາມຄິດເລື່ອງໃຊ້ເງິນ
ແລະມຸມມອງຊິວິດຂອງລາວປ່ຽນໄປການໃຊ້ຊິວີດຢູ່ໃນເມືອງໄທຂອງສາວແອັບເປິ້ນນັ້ນ ບໍ່ເຖິງກັບຍາກລຳບາກ ກໍ່ບໍ່ສະບາຍເທົ່າກັບການທີ່ໄດ້ຢູ່ລາວປະເທດບ້ານເກີດ
ເພາະວ່າຢູ່ໃນເມືອງໄທຕ້ອງເຮັດທຸກຢ່າງເອງ ບໍ່ມີຄົນຕາມໃຈ ເຖິງແມ່ນວ່າມາຢູ່ທີ່ປະເທດໄທ ທັງພໍ່ແລະແມ່ຂອງລາວຈະໂອນເງິນມາໃຫ້ໃຊ້ຕະຫຼອດ
ແຕ່ຈັ່ງໃດເງິນທີ່ໂອນມາມັນກໍ່ມີວັນໝົດຈຶ່ງເຮັດໃຫ້ລາວຄິດວ່າ ພໍ່ແມ່ໃຫ້ເງິນມາເທົ່າໃດ ແອັບເປິ້ນ ສີສະຫງຽນ ເຜີຍວ່າຕອນນີ້ຍ້າຍແມ່ຂອງລາວມາຢູ່ນຳກັນທີ່ປະເທດໄທແລ້ວ
ສາວລາວຄົນງາມທີ່ຍ້າຍມາຢູ່ປະເທດໄທ ແອັບເປິ້ນ ສີສະຫງຽນ ພັນລະຍາຂອງ ຟຸກ ຈິລະ ການມີລູກມັນປ່ຽນຊິວິດຂອງເຮົາສອງຄົນແນວໃດແດ່
ຟຸກ “ເຮົາສອງຄົນຄົບກັນມາດົນຫຼາຍແລ້ວ ແລະ ຄວາມສຸກກໍ່ມີຫຼາຍຂຶ້ນເລື້ອຍໆ ຕັ້ງແຕ່ກ່ອນແຕ່ງງານ ຂ້ອຍກໍ່ຫອບສິນສອດ 200 ລ້ານໄປໃຫ້ເຂົາເຖິງທີ່ເລີຍ
ຈົນເຮົາແຕ່ງງານ ແລະ ຕອນນີ້ເຮົາກໍ່ມີລູກເພີ່ມມາໃນຄອບຄົວ ຂ້ອຍເຊື່ອວ່າມັນຈະຕ້ອງມີຄວາມສຸກເພີ່ມຂຶ້ນອີກເລື້ອຍໆ ແນ່ນອນໃນອານາຄົດ”