ໄຟດັບກາງລາຍການ! ເຊີນ ເຖິງກັບຂົນລຸກ ຫລັງເວົ້າເຖິງ ແຕງໂມ ເລື່ອງນີ້?
ແມ້ວົງການບັນເທິງຈະສູນເສຍນັກສະແດງຫຼາຍຝີມືຢ່າງ
ແຕງໂມ ໄປດົນກວ່າ 4 ເດືອນແລ້ວກໍ່ຕາມ
ແຕ່ເລື່ອງຂອງລາວກໍຍັງຖືກລະລຶກເຖິງຢູ່ບ່ອຍຄັ້ງ ເຊິ່ງລ່າສຸດດ້ານເພື່ອນສະນິດ
ທີ່ໂລດແລ່ນໃນວົງການບັນເທິງມາດ້ວຍກັນຢ່າງສາວ ເຊຍ ທິບທຳພອນ
ໄດ້ເວົ້າເຖິງຄວາມສະນິດສະຫນົມກັບແຕງໂມ ໃນລາຍການຕີສິບເດ
ທີ່ເລີ່ມຕົ້ນຈາກການປະກວດ ແລະ ລະຄອນກໍ່ໄດ້ຫຼິ້ນນຳກັນອີກຫຼາຍໆເລື່ອງດ້ວຍ
ພ້ອມເຜີຍວ່າແຕງໂມ ມີຄວາມຫນ້າຮັກ ແລະ ມີນິໄສຄືກັບນັກເລງ ຫຼິ້ນຫຍັງຄືເດັກຜູ້ຊາຍ
ແລະ ເມື່ອເວົ້າເຖິງເລື່ອງທີ່ລາວເປັນຫຍັງເຖິງມີຄຳຖາມ ເວລາມີປະເດັນຫຍັງທີ່ເບິ່ງແລ້ວເອ໊ະ
ເຮົາກໍຂໍເວົ້າ ເພາະຄົນທີ່ນິໄສຈິງໃຈເຂົາບໍ່ຄວນພົບຫຍັງແບບນີ້
ເພາະສະນັ້ນເວລາເຮົາສົງໃສຫຍັງເຮົາກໍ່ເວົ້າຖາມຕາມນັ້ນ ຢ່າງນ້ອຍເຮົາກໍ່ເປັນກະບອກສຽງຫນຶ່ງ
ທີ່ອາດຈະຖາມຫຍັງແທນເຂົາໄດ້ ເທົ່ານັ້ນເອງ
ເຊິ່ງຂະນະທີ່ເຊຍ ກຳລັງເວົ້າເລື່ອງນີ້ ກໍ່ໄດ້ເກີດເລື່ອງບໍ່ຄາດຝັນຂື້ນເມື່ອບໍ່ດົນ ໄຟໃນລາຍການກໍ່ໄດ້ດັບລົງ
ເຮັດເອົາເຊຍເຖິງກັບເວົ້າອອກມາວ່າຂົນລຸກເຊິ່ງຖືເປັນອີກຫນຶ່ງສະຖານນະການທີ່ເຮັດເອົາຄົນໃນລາຍການ
ຕ່າງກໍ່ຕົກໃຈ ແລະ ງຸນງົງກັບເຫດການທີ່ເກີດຂື້ນເປັນຢ່າງຫຼາຍເລີຍທີ່ດຽວ